11 June 2013

[ ນິຍາຍ ] SweetHeart :: Ch.1 New Friend (3)

ຫຼັງ​ຈາກ​ທີ່​​ສູດ​ກິ່ນ​ອາຍ​ສະຖານ​ທີ່​ທີ່​ສົນ​ຄຸ້ນ​ເຄຍ​ຈົນອິ່ມ​ໃຈແລ້ວ

ຂ້ອຍ​ກໍກັບ​ມາ​ຮ້ານ​ສຸລາ​ດອງ​ຊື່​ງ​ເປັນ​ທີ່​ຊຸບ​ຫົວ​ນອນ​ຂອງ​ຂ້ອຍພໍ່ແມ່​ແລະ​ນ້ອງ​ຊາຍ

“​ໄປ​ຊື້​ຂອງ​ທໍ່​ນີ້​ຄື​ມາດົນ​ແທ້?” ສຽງ​ອັນ​ຄຸ້ນ​ເຄຍຂອງ​ແມ່​ສຸດ​ທີ່​ຮັກ​ຂອງ​ຂ້ອຍ​ດັງ​ຂື້ນຢູ່​ຫຼັງ​ເຄົາ​ເຕີ້ຂອງ​ຮ້ານ

“ຂ້ອຍ​ກະ​ໄປ​ສົ່ງ​ຂອງ​ມານຳ​ຫັ້ນ​ເດ…ອີ່​ແມ່​ນີ້” ຂ້ອຍ​ເວົ້າ​ຕາມ​ຄວາມ​ຈິງ​ບໍ່​ໄດ້​ບອກ​ວ່າ​ກ່ອນ​ນັ້ນ​ຂ້ອຍ​ເຮັດ​ຫຍັງ ອັນ​ທີ່​ຈິງ​ຍາມ​ລາວ​ໃຊ້​ຂ້ອຍ​ໄປ​ຊື້​ນັ້ນ​ນີ້​ຂ້ອຍ​ມັກ​ຈະ​ຖະ​ເຫຼຖະ​ໄຫຼ​ປະຈຳ ​ແລະ​ກໍ່​ໄດ້​ຟັງ​ບົດ​​ເທດ​ຈາກ​​ເຈົ້າແມ່​ນີ້​ເປັນ​ປະຈຳ​ເຊັ່ນກັນ ຂ້ອຍຍື່ນ​ຂອງ​ທີ່​ລາວ​ໃຫ້​ໄປ​ຊື້​ແລ້ວ​ຟ້າວ​ຊິ້ງໝີ ມາ​ຮ້ານ​ຂອງສາວ ກະຕິບ ​ເພື່ອນ​ບ້ານ​ແລະ​ຍັງ​ເປັນ​ເພື່ອນ​ສະ​ນິດ​ຂອງ​ຂ້ອຍ​ຕັ້ງ​ແຕ່​ອະ​ນຸບານ​ພຸ້ນ ຊິ​ເອີ້ນ​ວ່າ​ສາວ​ກໍ່​ບໍ່​ໄດ້​ເຕັ​ມປາກ​ເພາະ​ມັນ​ເປັນທອມ ທີ່​ເຈົ້າຊູ້​ພໍ​ແລ້ວ ຂ້ອຍ​ກະ​ງົງ​ຄື​ກັນ​ວ່າ​ກະຕິບ​ມັນ​ປ່ຽນ​ຈາກ​ສາວ​ນ້ອຍ​ທີ່​ໜ້າ​ຮັກ​ມາ​ເປັນ​ທອມ​​ແບບ​ນີ້​ໄດ້​ຈັ່ງ​ໃດ?

ໃນ​ຮ້ານ​ເຝີ​ຂອງ​ກະຕິບ​ຕອນ​ນີ້​ມີ​ບັນດາ​ໜູ່ໆ​ ຂອງ​ຂ້ອຍ ທີ່​ມາ​ຊຸ​ມນຸມຢ່າງ​ບໍ່​ໄດ້​ນັດ​ໝາຍ

“ເຮິ​ຍ! ສົ້ມ​ໄປ​ໃສ​ມາ​ວະ​ບັກ​​ເທັ້ງມັນ​ຖື​ກ​ເລກ​ສອງ​ພັນ” ບັກ​ເອ໊ະທີ່​ຮ້ອງ​ຂື້ນ​ກ່ອນ​ທີ່​ຂ້ອຍ​ຈະ​ໃດ້​​ເຂົ້າ​ໃນ​ຮ້ານ​ຊ້ຳ

ເອ໊ະ ຫຼື ຈິຣາກອນ ຜູ້​ນີ້​​ເລຶ່ອງຜູ້ຍິງ​ມັນ​ກໍ່​​ເຈົ້າຊູ້ບໍ່​ແພ້​ກະຕິບຄື​ກັບ ສຳລັບ​ເອ໊ະ​​ແລ້ວ​ວ່າ​ແ​ຕ່​ເປັນ​ຜູ້ຍິງ​ມີໜ້າ​ເອິກ,ມີມົດ​ລູກ​ມັນ​ເອົາ​ໝົດ​ຍົກ​ເວັ້ນ​ແຕ່​ທອມ ​ເພາະ​ມັນ​ໂຄດ​ຈະ​ບໍ່​ຖືກ​ສະ​ຕາ​ກັບ​ທອມ​ເລີຍ(ມັນ​ວ່າ​ແບບ​ນັ້ນ) ສອງ​ຄົນ ​ກະຕິບ ​ເອ໊ະ ​ຍັງ​ມັກ​ຈີບ​ສາວ​ແຂ່ງ​ກັນ​ອີກ “ມື້​ນີ້​ຕ້ອງ​ມີ​ການ​ກິນ​ລ້ຽງ” ເວົ້າ​ສຽງ​ຄຶກຄືນ​ຕາມ​ປະ​ສາຂ​ອງຄົນ​ເຮ​ຮາ

ສ່ວນ​ຄົນ​ຊື່​​ ​ເທັ້ງ ຫຼື ທັດ​ທອງ ລູກ​ຊາຍ​ເຈ້​ໃສຮ້ານ​​ເສີ​ມຄວາມ​ສວຍ​ ຈະເອີ້​ນວ່າ​ລູກ​ຊາຍ​ກໍ​ບໍ່​ເຕັມ​ປາກ(ໝູ່ຂ້ອຍ​ນີ້​ມັນ​ຈັກ​ຈັ່ງ​ໃດໆ​ຢູ່)​ ເພາະ​ທ່າ​ທາງ​ອ່ອນ​ແອ່ນ ຈິບ​ປາກ​ຈິບ​ຄໍ ໜ້າ​ຂາວ​ປານ​ວອກ…(​ບັນຍາຍ​ມາ​ຂະ​ຂາດ​ນີ້​ບໍ່​ຮູ້​ກະ​ແລ້ວ​ໄປ)

“ຖືກ​ເລກ​ພັນ​ໜື່ງ​ເທົ່າ​ກັບ​​ຫົກ​ສິບພັນ... ສອງ​ພັນ​ເທົ່າ​ກັບ​ແສນ​ຊາວ​ພັນ​ກີບ” ໂລ​ແຊງຄ໌​ສາວນັກຮຽນ​ຂອງ​ແທ້ ​ເບິ່ງ​ຈາກ​ແວ່ນຕາ​ໜາ​ເຕີະ ​ການແຕ່ງຕົວ​ສຸດ​ແສນ​ຈະ​ເຊຍ(​ແຕ່​ຄົນ​ອື່ນ​ໃນ​ກຸ່ມ​ກໍ​ບໍ່​ໃດ້ດີ​ໄປ​ກ່ວາ​ນາງ​ດອກ)​ ເສື່ອ​ຄໍ​​ເຕົ່າກັບ​ສີ້ນ​ມັນ​ເຂົ້າກັນໆ (ປະ​ຊົດ) ກັບຫົວສະໝອງທີ່ເຄຶ່ອງຄິດເລກຍັງອາຍ ບໍ່​ວ່າ​ເລື່ອງ​ຫຍັງ​ມັກ​ກໍຈະ​ເອົາ​ມາ​ວິ​ເຄາະ​ໄດ້​ຕະຫຼວດ​ເວລາ

“ກະດີຕ້ອງມີເຫຼົ້າຂາວ” ຂ້ອຍເວົ້າກ່ອນຈະຖີ້ມກົ້ນລົງນັ່ງຕັ່ງຫີນຂ້າງໆ ໂລແຊງ

ໂຕະຫີນປະຈຳຂອງພວກເຮົາມີກົກຕາກົບເປັນຫົ່ມບັງແດດຢູວີລັງສີພາວເວີ້...

“ບໍ່ຕ້ອງມານຽນຂາຍຂອງເລຍມຶງ” ກະຕິບທີ່ກໍາລັງວົນຢູ່ກັບເສີບນໍ້າເສີບເຝີຍັງມີໜ້າມາຂັດຄໍຄົນຢາກຂາຍຂອງອີກເນາະ!

“ບໍ່ແມ່ນ.. ສົ້ມມັນໃຫ້ກິນຟຼີ” ອາວ—ບັກໂຕ້ປາກຫມູ ກູເຄຍເວົ້າຈັກຄຳວາຟຼີຕອນໃດ

ບັກໂຕ້ ຫຼື ຊື່ເຕັມໆວ່າ ໂຕ້ (ມັນຕ່າງກັນບ່ອນໃດ?) ລູກຊາຍເຈ້ໃຫ່ຍຂາຍຫມູ ຄົນນີ້ເວົ້າໃດ້ເຕັມປາກວ່າລູກຊາຍ(ຄືກັບບັກເອ໊ະ) ແຕ່!ປາກອັນເປັນເອກະລັກ ຂອງມັນເຊື່ອງໃຈແອ້ນສິບໂຕພຸ່ນແຫຼະ…

ບັນດາຫມູ່ຂອງຂ້ອຍນີ້ມີເອກກະລັກກັນອິ່ຫຼີJ

ເອີ—ຍັງມີອີກຄົນໜື່ງບໍ່ເຫັນນັ້ນແມ່ນບັກ 'ຈຸກ' ຊື່​ເຕັມໆ​ວ່າ 'ຈຸກຈິກ'(ອັນ​ຫຼັງ​ນີ້​ຂ້ອຍ​ຕື່ມ​ໃສ່​ເອງ​ມັນ​ເປັນຕາ​ຮັກ​ດີ)ເວົ້າເຖິງມັນແລ້ວຊິຈຸກ ນັກເລງຫົວໄມ້ຂອງແທ້ ຈຸກ​ມັນ​ເປັນ​ຄົນ​ເລິກ​ລັບ ​ແຕ່​ພວກ​ເຮົາ​ຮູ້ຈັກ​ມັນ​ດີ​ກ່ວາ​ໃຜ

“ພວກມຶງເວົ້າດີໆບໍ່ມີຄຳວ່າ'ຟຼີ'ຫຼຸດອອກປາກກູໃດ໋ເຮີຍ!” ຂ້ອຍທ້ວງ “ເນາະ! ເທ໊ງຄົນງາມ~” ມັນຖືກເລກ​ເລີຍເອົາໃຈມັນຈັກໜ່ອຍ  ເມື່ອຖືກຄຳຍ້ອງຕົວມັນກະບີດໄປບິດມາດ້ວຍຄວາມເຂີນ ບໍ່ຮູ້ເລີຍວ່າມັນເປັນຄຳຍ້ອງອາບຢາຜິດ

“ຫັ້ນຊັ້ນກິນອິ່ຫຍັງ?” ຂ້ອຍຖາມພວກມັນເມື່ອເວົ້າແຕ່ເລື່ອງກິນລ້ຽງໆ ຍັງບໍ່ຮູ້ວ່າຈະກິນຫຍັງແລ້ວພວກມັນກໍ່ໜ້າເອີ້ລ໌ໄປຕາມໆກັນ

“ແລ້ວເຈົ້າຂອງເງິນອະນຸຍາດແລ້ວລະບໍ?L” ຫຼັງຈາກທີ່ມິດງຽບຕາມສະບັບກຸນລະສະຕີທີ່ດີແລ້ວບັກເທັ້ງກໍເວົ້າຂື້ນໜ້າຫຍຸ້ງ ແລ້ວພາຍໃນໂຕະກໍມິດປານປ່າຊ້າຫຼືມີຄົນມາກົດດີໂມກສະໂລໂມຊັ້ນ... ແລະແລ້ວ

“ໂອຍ~ ເທັ້ງຄົນງາມ” ເກືອບເປັນສຽງດຽວກັນຂອງທຸກຄົນໃນໂຕະ(ຍົກເວັ້ນໂລແຊງ)

“ເທັ້ງໃຈດີໆ” ບັດນີ້ແມ່ນສຽງບັກເອ໊ະທີ່ປາກໄວກ່ວາຫມູ່ ຕາມດ້ອຍ

“ກຸນລະສັກຕີຂອງແທ້” ສຽງບັກໂຕ້ເສີມ

“​ເທັ້ງໃຈ​ນາງ​ງາມ​” ຂ້ອຍ​ຕື່ມ ເມື່ອພໍ້ຄຳຍ້ອງແບບນີ້ຄົນມັກຍ້ອງຢ່າງມັນກໍຕິດບ່ວງຢ່າງຈັງ

“ກະໄດ້ໆ” ສຸດ​ທ້າຍ​ມັນ​ກໍ​ໃຈ​ອ່ອນ

ຫຼັງຈາກທີ່ທຸກຄົນອອກຄວາມເຫັນ ແລະພວກເຮົາກໍໄດ້ສຽບເອັນເປັນເມນູຫຼັກ ກິນອີ່ມຈົນບໍ່ຕ້ອງກິນເຂົ້າເເລງກັນເລີຍ ຈົນສີໜ້າຂອງບັກເທ໊ງບອນວ່າ ກູຖືກເລກສອງພັນບໍ່ໄດ້ຖືກສອງລ້ານໄດ໋ເວີ໋ຍ!T^T

ຈາກນັ້ນທຸກຄົນກໍແຍກຍ້າຍກັບຮັງ ເອີ໊ຍ! ເຮືອນຂອງຕົວເອງ ຂ້ອຍເປັນຄົນສຸດທ້າຍທີ່ຢູ່ຮ້ານຂອງກະຕິບຈົນມັນຕ້ອງອອກປາກໄລ່ວ່າເກະກະເພາະຖ້າມີຫມູ່ແລ້ວມັນຈະບໍ່ມີກະຈິດກະໃຈເຮັດວຽກ

ມັນເວົ້າຊ່ຳກັບຂ້ອຍບໍ່ມີວຽກເຮັດຊັ້ນແຫຼະ!

ຂ້ອຍມາທີ່ຮ້ານຂອງຕົວເອງຢ່າງເຊ໊ງໆ ລູກຄ້າມີແຕ່ສອງເຖົ່າຂາປະຈຳ ໜື່ງໃນນັ້ນແມ່ນພໍ່ບັກເອ໊ະລຸງອ໊ອດ

“ສະບາຍດີລຸງອ໊ອດ” ຂ້ອຍທັກທາຍລາວຢ່າງຄຸ້ນເຄຍ ລາວກໍຍິ້ມໃຫ້ຂ້ອຍຢ່າງເອັນດູ…

“ມາແລ້ວບໍ່ລູກໃພ້” ລາວຕອບກັບມາເອົາຈົນໜ້າເຫີວເລີຍ ຂ້ອຍລະບໍ່ມັກອິ່ຫຼີທີ່ລາວເອີ້ນຂ້ອຍລູກໃພ້ທັງທີ່ຂ້ອຍກັບບັກເອ໊ເປັນພຽງຫມູ່ກັນ ເທົ່ານັ້ນ ຝັນໄປເຖາະວ່າຊິໃດ້ອິ່ສົ້ມຜູ້ນີ້ເປັນລູກໃພ້ເພາະຂ້ອຍມີສົນຢູ່ແລ້ວ(ຄິດແລ້ວເຂີນ—) ແຕ່ຂ້ອຍກໍບໍ່ໃດ້ຄິດຫຍັງຫຼາຍ ເພາະມັນຊິນແລ້ວ... ທີ່ຈິງລາວເວົ້າຢອກຊື່ໆດອກ(ຫຼືອິ່ຫຼີ)

“ໂດຍ~” ຂ້ອຍຕອບກັບຢ່າງປັດໆ ລາວກໍຫົວຂວັນຢ່າງຖືກໃຈ ຂ້ອຍຈະຂື້ນເທິງເຮືອນມາຕຽມຫໍ່ກ້ອງ​ໃສSweetHeart♥ ​ເພື່ອ​​ໃຫ້​ສົນ…


14 ກຸມພາ ວັນໜາແລ່ນກາຍ ເອິ໊ຍ! ວັນວາເລນ​ໄທນ໌

ຕອນນີ້ຂ້ອຍຢູ່ທີ່ສວນສາທາລະນະ ອາກາດນີ້ໜາວບໍ່ສົມເປັນເດືອນກຸມພາເລີຍໜາວປານກັບວ່າຫິມະຈະຕົກຈັ່ງຊັ້ນແຫຼະ ແຕ່ກໍ່ໂຣແມນຕິກດີ ​ເຂົາ​ຈະ​ມາ​ແຖວນີ້​ບໍນໍ?


6ເດືອນທີ່ແລ້ວ

ຕອນນີ້ຂ້ອຍກຳລັງຈະໄປໂຮງຮຽນ ມື້ນີ້ຍ່າງເອົາເພາະນ້ອງຊາຍຕົວດີມັນເອົາລົດຖີບຄັນເກົ່າຂອງຂ້ອຍໄປໂດຍມັນອ້າງວ່າ 'ລົດຖີບຂ້ອຍມັນກົງແບ້ບ' ບໍ່ຍອມໃຫ້ຂີ່ນຳອີກໂດຍອ້າງວ່າ 'ມັນໜັກດ໊ຽວແບ້ບອີກ' ແລ້ວຂີ້ໄປໜ້າຕາເສີຍ ຂ້ອຍ​ຮູ້​ທີ່​ມັນ​ບໍ່​ຍອມ​ໃຫ້​ຂ້ອຍ​ຂີ່​ນຳ​ເພາະ​ມັນ​ຈະ​ໄປ​ຮັບ​ຜູ້​ສາວ

ເອີ…ໃຫ້ມັນໃດ້ຈັ່ງຊີ້ຕິນ້ອງເຮົາ

ຂ້ອຍກຳລັງຍ່າງຈະຂ້າມທາງແຕ່ມີ ປີ໊ດສໆ ສຽງແກລົດດັງມາແຕ່ໄກແລະກຳລັງໃກ້ເຂົ້າມາເລື້ອຍໆ ໂດຍບໍ່ຍອມລະຄວາມໄວລົງພຽງແຕ່ນ້ອຍ ອ໊າກກກ ນີ້ເຮົາກຳລັງຈະຕາຍແລ້ວບໍ?ນີີ້ ບໍ່ໃດ໋ບໍ່ຍອມຍັງບໍ່ທັນມີແຟນຊ້ຳ ຂາກໍ່ບໍ່ຍອມເໜັງຕີງເລີຍ ຮືໆ ພໍ່ແກ້ວແມ່ແກ້ວຊ່ວຍລູກແນ່ TT

ໝັບ!
ແຕ່ມີມື້ຂາວໆ ຂອງໃຜ່ກໍບໍ່ຮູ້ຈັບໝັບເຂົ້າທີ່ແຂນຂອງຂ້ອຍແລ້ວດຶງອອກຈາກເສັ້ນຕາຍຈົນເຮັດໃຫ້ຂ້ອຍໄປນອນທັບເຂົາທັງຕົວ

ອຶກ! ສຽງຂອງຄົນທີ່ຂ້ອຍນອນທັບຢູ່ຮ້ອງຂື້ນ ຂ້ອຍ​ເງີຍ​ໜ້າ​ຈາກ​ເອິກ​ກວ້າງ​ຂອງ​ເຂົາ​ໄປ​ທີ່​ປາຍ​ຄາງ ​ແລ້ວກໍຟ້າວລຸກຂື້ນຢ້ານເຂົາຂີ້ແຕກຕາຍກ່ອນຈະໄດ້ຂອບໃຈ ເມື່ອເຂົາລຸກຢືນເຕັມຕົວແລ້ວຂ້ອຍກໍໄດ້ຮູ້ວ່າເຂົາສູງຫຼາຍ ຄືຊິປະມານຮ້ອຍເຈັດສິບ-ເຈັດສິບຫ້າພຸ່ນແຫຼະ ເມື່ອເບິ່ງ ໜ້າຊັດໆເຮີ໋ຍ! ໂຄດເທບພະບຸດໃນຝັນເລີຍ ທັງໃບໜ້າທີ່ຂາວໆໃສໆ ໄນຕາສີດຳລຶກລັບອັນຄົມກີບເຂົ້າກັບດັງໂມໆ ເປັນສັນງາມ ຮີບຝີປາກທີ່ບາງສຽບສີບົວອົມແດງ ໂດຍທຳມະຊາດສັນສ້າງ

ນີ້ແລະພໍ່ຂອງລູກໃນອານາຄົດ…

“ໜັກຊິບຫາຍ!” ເຂົາເວົ້າລອດ​ແຂ້ວດ້ວຍທ່າ​ທາງງຸດງິດ ຕາຄົມກໍເບິ່ງໜ້າຂ້ອຍດ້ວຍກະແສອາຄາດ ຂ້ອຍກໍບໍ່ຮູ້ວ່າເຂົາງຸດງິດຫຍັງ? “ຂ້າມທາງກະລະວັງແນ່ເຂົ້າໃຈບໍຖ້າບໍ່ຢາກຕາຍ” ເຂົາເຕືອນແລ້ວກຳລັງຈະກ້າວອອກໄປທາງໃຫ່ມ ແຕ່ຂ້ອຍຮ້ອງໄວ້ກ່ອນ

“ເຮິຍ! ແລ້ວເຈົ້າຊື່ຫຍັງຊັ້ນ” ຂ້ອຍຮ້ອງຖາມເພາະເຂົາກຳລັງຈະຍ່າງໄກອອກໄປເລື່ອຍໆ ເຂົາກໍຢຸດຈຶກ ແລ້ວກໍຫັນໜ້າມາເຮັດສາຍຕາລຳຄານ ລະຄົນຖາມຊື່ຊື່ໆ ກໍລຳຄານກັນເນາະຄົນງາມເອິຍ

“ຮູ້​​ໄປ​ກໍບໍ່​ມີ​ປະ​ໂຫຍ​ດ” ເວົ້າແລ້ວກໍ່ຫັນຫຼັງຈາກໄປແບບເທ້ໆ ເບິ່ງຈາກທ່າແລ້ວຄືຊິວ່າງຟອມຂະໜາດ(ແຕ່ກໍມັກໃດ໋ແຫຼະ!)

“ຂອບໃຈເລີ—” ຂ້ອຍປ້ອງປາກແລ້ວຮ້ອງຂື້ນເພື່ອໃຫ້ເຂົາໄດ້ຍິນ

ບໍ່ບອກຊື່ບໍ່ເປັນຫຍັງເພາະດ້ວຍອຳນາດຂອງອິ່ສົ້ມຜູ້ນີ້ການນຳສືບຫາຄົນບໍ່ແມ່ນເລື່ອງຍາກ ໃຫ້ມັນຮູ້ໄປຕິວ່າເຈົ້າກັບຂ້ອຍຊິໄດ້ເຫັນໜ້າກັນອີກເຫິງJທີ່ຮັກ


ປັດຈຸບັນ

​ແປ໊ວ~ໆ ສຽງໂທລະສັບດັງຂື້ນ​ເຮັດ​ໃຫ້​ຂ້ອຍ​ຫຼຸ​ດອອກ​ຈາກ​ພະວັງ ເບິ່ງແລ້ວແມ່ນເບີຂອງກະຕິບ “ຮະໂຫຼ” ຂ້ອຍກອກສຽງລົງໄປ ສາຍຕາຍັງກວາດຫາໄຜບາງຄົນ ແຕ່ກໍ່ບໍ່ເຫັນ…

(ສົ້ມຕອນນີ້ມຶງຢູ່ໃສ່) ມັນຖາມ ຂ້ອຍກໍໄດ້ຍິນສຽງແຊວໆ ມາທາງປາຍສາຍບົງບອກວ່າຕ້ອງມີງານມ່ວນໆ

“ຢູ່ແຖວສວນສາທາລະນະ” ຂ້ອຍຕອບໄປ ຟັງເບິ່ງສຽງຕົວເອງແລ້ວຄືງອຍໆປານໝາເຫງົານີ້ເວິຍL

(ພວກກູມາກິນຊີ້ນດາດຢູ່ເຮືອນກູ) ມັນຍັງເວົ້າສຽງລ່າເລີງ (ຟ້າວມາດ໋ຽວອິ່ພວກໝີຄວາຍທັງຫຼາຍມັນຊິແດກໝົດກອ່ນ) ເມື່ອມັນເວົ້າແບບນີ້ອອກ ຂ້ອຍກໍໄດ້ຍິນສຽງຂອງບັນດາໝີຄວາຍທີ່ວ່າໂວຍວາຍກັນໃຫ່ຍ

ໄດ້ຍິນສຽງຫມູ່ໆຂ້ອຍກໍ່ໃຈຊື່ນຂື້ນ ບັດໜ້າຈັ່ງໃຫ້ເຂົາກໍ່ໄດ້ SweetHeart ຫັ້ນJ

“ເອີໆດ໋ຽວກູໄປດຽວນີ້ແຫຼະ!” ຂ້ອຍເວົ້າດ້ອຍສຽງທີ່ສົດໃສຄືເກົ່າ “ບອກພວກມັນເລັມອາກາດໄປກ່ອນ” ໄດ້ຍິນສຽງຫົວຂັວນ ຂອງພວກມັນຜ່ານມານໍາ ຕິ໊ດ! ຂ້ອຍວ່າງສາຍແລ້ວກໍາລັງຈະຍ່າງກັບເຮືອນ ແຕ່ສາຍຕາກໍໄປປະທະເຂົ້າກັບຮ່າງສູງທີ່ກຳລັງຍ່າງມາທາງທີ່ຂ້ອຍຍືນຢູ່ ເຂົາຄົນນັ້ນຄືສົນ!