ຫຼັງຈາກທີ່ສູດກິ່ນອາຍສະຖານທີ່ທີ່ສົນຄຸ້ນເຄຍຈົນອິ່ມໃຈແລ້ວ
ຂ້ອຍກໍກັບມາຮ້ານສຸລາດອງຊື່ງເປັນທີ່ຊຸບຫົວນອນຂອງຂ້ອຍພໍ່ແມ່ແລະນ້ອງຊາຍ
“ໄປຊື້ຂອງທໍ່ນີ້ຄືມາດົນແທ້?” ສຽງອັນຄຸ້ນເຄຍຂອງແມ່ສຸດທີ່ຮັກຂອງຂ້ອຍດັງຂື້ນຢູ່ຫຼັງເຄົາເຕີ້ຂອງຮ້ານ
“ຂ້ອຍກະໄປສົ່ງຂອງມານຳຫັ້ນເດ…ອີ່ແມ່ນີ້” ຂ້ອຍເວົ້າຕາມຄວາມຈິງບໍ່ໄດ້ບອກວ່າກ່ອນນັ້ນຂ້ອຍເຮັດຫຍັງ ອັນທີ່ຈິງຍາມລາວໃຊ້ຂ້ອຍໄປຊື້ນັ້ນນີ້ຂ້ອຍມັກຈະຖະເຫຼຖະໄຫຼປະຈຳ ແລະກໍ່ໄດ້ຟັງບົດເທດຈາກເຈົ້າແມ່ນີ້ເປັນປະຈຳເຊັ່ນກັນ ຂ້ອຍຍື່ນຂອງທີ່ລາວໃຫ້ໄປຊື້ແລ້ວຟ້າວຊິ້ງໝີ ມາຮ້ານຂອງສາວ ກະຕິບ ເພື່ອນບ້ານແລະຍັງເປັນເພື່ອນສະນິດຂອງຂ້ອຍຕັ້ງແຕ່ອະນຸບານພຸ້ນ ຊິເອີ້ນວ່າສາວກໍ່ບໍ່ໄດ້ເຕັມປາກເພາະມັນເປັນທອມ ທີ່ເຈົ້າຊູ້ພໍແລ້ວ ຂ້ອຍກະງົງຄືກັນວ່າກະຕິບມັນປ່ຽນຈາກສາວນ້ອຍທີ່ໜ້າຮັກມາເປັນທອມແບບນີ້ໄດ້ຈັ່ງໃດ?
ໃນຮ້ານເຝີຂອງກະຕິບຕອນນີ້ມີບັນດາໜູ່ໆ ຂອງຂ້ອຍ ທີ່ມາຊຸມນຸມຢ່າງບໍ່ໄດ້ນັດໝາຍ
“ເຮິຍ! ສົ້ມໄປໃສມາວະບັກເທັ້ງມັນຖືກເລກສອງພັນ” ບັກເອ໊ະທີ່ຮ້ອງຂື້ນກ່ອນທີ່ຂ້ອຍຈະໃດ້ເຂົ້າໃນຮ້ານຊ້ຳ
ເອ໊ະ ຫຼື ຈິຣາກອນ ຜູ້ນີ້ເລຶ່ອງຜູ້ຍິງມັນກໍ່ເຈົ້າຊູ້ບໍ່ແພ້ກະຕິບຄືກັບ ສຳລັບເອ໊ະແລ້ວວ່າແຕ່ເປັນຜູ້ຍິງມີໜ້າເອິກ,ມີມົດລູກມັນເອົາໝົດຍົກເວັ້ນແຕ່ທອມ ເພາະມັນໂຄດຈະບໍ່ຖືກສະຕາກັບທອມເລີຍ(ມັນວ່າແບບນັ້ນ) ສອງຄົນ ກະຕິບ ເອ໊ະ ຍັງມັກຈີບສາວແຂ່ງກັນອີກ “ມື້ນີ້ຕ້ອງມີການກິນລ້ຽງ” ເວົ້າສຽງຄຶກຄືນຕາມປະສາຂອງຄົນເຮຮາ
ສ່ວນຄົນຊື່ ເທັ້ງ ຫຼື ທັດທອງ ລູກຊາຍເຈ້ໃສຮ້ານເສີມຄວາມສວຍ ຈະເອີ້ນວ່າລູກຊາຍກໍບໍ່ເຕັມປາກ(ໝູ່ຂ້ອຍນີ້ມັນຈັກຈັ່ງໃດໆຢູ່) ເພາະທ່າທາງອ່ອນແອ່ນ ຈິບປາກຈິບຄໍ ໜ້າຂາວປານວອກ…(ບັນຍາຍມາຂະຂາດນີ້ບໍ່ຮູ້ກະແລ້ວໄປ)
“ຖືກເລກພັນໜື່ງເທົ່າກັບຫົກສິບພັນ... ສອງພັນເທົ່າກັບແສນຊາວພັນກີບ” ໂລແຊງຄ໌ສາວນັກຮຽນຂອງແທ້ ເບິ່ງຈາກແວ່ນຕາໜາເຕີະ ການແຕ່ງຕົວສຸດແສນຈະເຊຍ(ແຕ່ຄົນອື່ນໃນກຸ່ມກໍບໍ່ໃດ້ດີໄປກ່ວານາງດອກ) ເສື່ອຄໍເຕົ່າກັບສີ້ນມັນເຂົ້າກັນໆ (ປະຊົດ)
ກັບຫົວສະໝອງທີ່ເຄຶ່ອງຄິດເລກຍັງອາຍ ບໍ່ວ່າເລື່ອງຫຍັງມັກກໍຈະເອົາມາວິເຄາະໄດ້ຕະຫຼວດເວລາ
“ກະດີຕ້ອງມີເຫຼົ້າຂາວ” ຂ້ອຍເວົ້າກ່ອນຈະຖີ້ມກົ້ນລົງນັ່ງຕັ່ງຫີນຂ້າງໆ ໂລແຊງ
ໂຕະຫີນປະຈຳຂອງພວກເຮົາມີກົກຕາກົບເປັນຫົ່ມບັງແດດຢູວີລັງສີພາວເວີ້...
“ບໍ່ຕ້ອງມານຽນຂາຍຂອງເລຍມຶງ” ກະຕິບທີ່ກໍາລັງວົນຢູ່ກັບເສີບນໍ້າເສີບເຝີຍັງມີໜ້າມາຂັດຄໍຄົນຢາກຂາຍຂອງອີກເນາະ!
“ບໍ່ແມ່ນ.. ສົ້ມມັນໃຫ້ກິນຟຼີ” ອາວ—ບັກໂຕ້ປາກຫມູ ກູເຄຍເວົ້າຈັກຄຳວາຟຼີຕອນໃດ
ບັກໂຕ້ ຫຼື ຊື່ເຕັມໆວ່າ ໂຕ້ (ມັນຕ່າງກັນບ່ອນໃດ?) ລູກຊາຍເຈ້ໃຫ່ຍຂາຍຫມູ ຄົນນີ້ເວົ້າໃດ້ເຕັມປາກວ່າລູກຊາຍ(ຄືກັບບັກເອ໊ະ) ແຕ່!ປາກອັນເປັນເອກະລັກ
ຂອງມັນເຊື່ອງໃຈແອ້ນສິບໂຕພຸ່ນແຫຼະ…
ບັນດາຫມູ່ຂອງຂ້ອຍນີ້ມີເອກກະລັກກັນອິ່ຫຼີJ
ເອີ—ຍັງມີອີກຄົນໜື່ງບໍ່ເຫັນນັ້ນແມ່ນບັກ 'ຈຸກ' ຊື່ເຕັມໆວ່າ 'ຈຸກຈິກ'(ອັນຫຼັງນີ້ຂ້ອຍຕື່ມໃສ່ເອງມັນເປັນຕາຮັກດີ)ເວົ້າເຖິງມັນແລ້ວຊິຈຸກ ນັກເລງຫົວໄມ້ຂອງແທ້ ຈຸກມັນເປັນຄົນເລິກລັບ ແຕ່ພວກເຮົາຮູ້ຈັກມັນດີກ່ວາໃຜ
“ພວກມຶງເວົ້າດີໆບໍ່ມີຄຳວ່າ'ຟຼີ'ຫຼຸດອອກປາກກູໃດ໋ເຮີຍ!” ຂ້ອຍທ້ວງ “ເນາະ! ເທ໊ງຄົນງາມ~” ມັນຖືກເລກເລີຍເອົາໃຈມັນຈັກໜ່ອຍ ເມື່ອຖືກຄຳຍ້ອງຕົວມັນກະບີດໄປບິດມາດ້ວຍຄວາມເຂີນ
ບໍ່ຮູ້ເລີຍວ່າມັນເປັນຄຳຍ້ອງອາບຢາຜິດ
“ຫັ້ນຊັ້ນກິນອິ່ຫຍັງ?” ຂ້ອຍຖາມພວກມັນເມື່ອເວົ້າແຕ່ເລື່ອງກິນລ້ຽງໆ
ຍັງບໍ່ຮູ້ວ່າຈະກິນຫຍັງແລ້ວພວກມັນກໍ່ໜ້າເອີ້ລ໌ໄປຕາມໆກັນ
“ແລ້ວເຈົ້າຂອງເງິນອະນຸຍາດແລ້ວລະບໍ?L” ຫຼັງຈາກທີ່ມິດງຽບຕາມສະບັບກຸນລະສະຕີທີ່ດີແລ້ວບັກເທັ້ງກໍເວົ້າຂື້ນໜ້າຫຍຸ້ງ
ແລ້ວພາຍໃນໂຕະກໍມິດປານປ່າຊ້າຫຼືມີຄົນມາກົດດີໂມກສະໂລໂມຊັ້ນ... ແລະແລ້ວ
“ໂອຍ~ ເທັ້ງຄົນງາມ” ເກືອບເປັນສຽງດຽວກັນຂອງທຸກຄົນໃນໂຕະ(ຍົກເວັ້ນໂລແຊງ)
“ເທັ້ງໃຈດີໆ” ບັດນີ້ແມ່ນສຽງບັກເອ໊ະທີ່ປາກໄວກ່ວາຫມູ່ ຕາມດ້ອຍ
“ກຸນລະສັກຕີຂອງແທ້” ສຽງບັກໂຕ້ເສີມ
“ເທັ້ງໃຈນາງງາມ” ຂ້ອຍຕື່ມ ເມື່ອພໍ້ຄຳຍ້ອງແບບນີ້ຄົນມັກຍ້ອງຢ່າງມັນກໍຕິດບ່ວງຢ່າງຈັງ
“ກະໄດ້ໆ” ສຸດທ້າຍມັນກໍໃຈອ່ອນ
ຫຼັງຈາກທີ່ທຸກຄົນອອກຄວາມເຫັນ ແລະພວກເຮົາກໍໄດ້ສຽບເອັນເປັນເມນູຫຼັກ ກິນອີ່ມຈົນບໍ່ຕ້ອງກິນເຂົ້າເເລງກັນເລີຍ ຈົນສີໜ້າຂອງບັກເທ໊ງບອນວ່າ ກູຖືກເລກສອງພັນບໍ່ໄດ້ຖືກສອງລ້ານໄດ໋ເວີ໋ຍ!T^T
ຈາກນັ້ນທຸກຄົນກໍແຍກຍ້າຍກັບຮັງ ເອີ໊ຍ! ເຮືອນຂອງຕົວເອງ ຂ້ອຍເປັນຄົນສຸດທ້າຍທີ່ຢູ່ຮ້ານຂອງກະຕິບຈົນມັນຕ້ອງອອກປາກໄລ່ວ່າເກະກະເພາະຖ້າມີຫມູ່ແລ້ວມັນຈະບໍ່ມີກະຈິດກະໃຈເຮັດວຽກ
ມັນເວົ້າຊ່ຳກັບຂ້ອຍບໍ່ມີວຽກເຮັດຊັ້ນແຫຼະ!
ຂ້ອຍມາທີ່ຮ້ານຂອງຕົວເອງຢ່າງເຊ໊ງໆ
ລູກຄ້າມີແຕ່ສອງເຖົ່າຂາປະຈຳ ໜື່ງໃນນັ້ນແມ່ນພໍ່ບັກເອ໊ະລຸງອ໊ອດ
“ສະບາຍດີລຸງອ໊ອດ” ຂ້ອຍທັກທາຍລາວຢ່າງຄຸ້ນເຄຍ ລາວກໍຍິ້ມໃຫ້ຂ້ອຍຢ່າງເອັນດູ…
“ມາແລ້ວບໍ່ລູກໃພ້”
ລາວຕອບກັບມາເອົາຈົນໜ້າເຫີວເລີຍ
ຂ້ອຍລະບໍ່ມັກອິ່ຫຼີທີ່ລາວເອີ້ນຂ້ອຍລູກໃພ້ທັງທີ່ຂ້ອຍກັບບັກເອ໊ເປັນພຽງຫມູ່ກັນ
ເທົ່ານັ້ນ
ຝັນໄປເຖາະວ່າຊິໃດ້ອິ່ສົ້ມຜູ້ນີ້ເປັນລູກໃພ້ເພາະຂ້ອຍມີສົນຢູ່ແລ້ວ(ຄິດແລ້ວເຂີນ—) ແຕ່ຂ້ອຍກໍບໍ່ໃດ້ຄິດຫຍັງຫຼາຍ ເພາະມັນຊິນແລ້ວ... ທີ່ຈິງລາວເວົ້າຢອກຊື່ໆດອກ(ຫຼືອິ່ຫຼີ)
“ໂດຍ~”
ຂ້ອຍຕອບກັບຢ່າງປັດໆ ລາວກໍຫົວຂວັນຢ່າງຖືກໃຈ ຂ້ອຍຈະຂື້ນເທິງເຮືອນມາຕຽມຫໍ່ກ້ອງໃສSweetHeart♥ ເພື່ອໃຫ້ສົນ…
14 ກຸມພາ ວັນໜາແລ່ນກາຍ ເອິ໊ຍ! ວັນວາເລນໄທນ໌
ຕອນນີ້ຂ້ອຍຢູ່ທີ່ສວນສາທາລະນະ
ອາກາດນີ້ໜາວບໍ່ສົມເປັນເດືອນກຸມພາເລີຍໜາວປານກັບວ່າຫິມະຈະຕົກຈັ່ງຊັ້ນແຫຼະ ແຕ່ກໍ່ໂຣແມນຕິກດີ
ເຂົາຈະມາແຖວນີ້ບໍນໍ?
6ເດືອນທີ່ແລ້ວ
ຕອນນີ້ຂ້ອຍກຳລັງຈະໄປໂຮງຮຽນ ມື້ນີ້ຍ່າງເອົາເພາະນ້ອງຊາຍຕົວດີມັນເອົາລົດຖີບຄັນເກົ່າຂອງຂ້ອຍໄປໂດຍມັນອ້າງວ່າ
'ລົດຖີບຂ້ອຍມັນກົງແບ້ບ' ບໍ່ຍອມໃຫ້ຂີ່ນຳອີກໂດຍອ້າງວ່າ 'ມັນໜັກດ໊ຽວແບ້ບອີກ' ແລ້ວຂີ້ໄປໜ້າຕາເສີຍ ຂ້ອຍຮູ້ທີ່ມັນບໍ່ຍອມໃຫ້ຂ້ອຍຂີ່ນຳເພາະມັນຈະໄປຮັບຜູ້ສາວ
ເອີ…ໃຫ້ມັນໃດ້ຈັ່ງຊີ້ຕິນ້ອງເຮົາ
ຂ້ອຍກຳລັງຍ່າງຈະຂ້າມທາງແຕ່ມີ ປີ໊ດສໆ ສຽງແກລົດດັງມາແຕ່ໄກແລະກຳລັງໃກ້ເຂົ້າມາເລື້ອຍໆ
ໂດຍບໍ່ຍອມລະຄວາມໄວລົງພຽງແຕ່ນ້ອຍ ອ໊າກກກ ນີ້ເຮົາກຳລັງຈະຕາຍແລ້ວບໍ?ນີີ້ ບໍ່ໃດ໋ບໍ່ຍອມຍັງບໍ່ທັນມີແຟນຊ້ຳ
ຂາກໍ່ບໍ່ຍອມເໜັງຕີງເລີຍ ຮືໆ ພໍ່ແກ້ວແມ່ແກ້ວຊ່ວຍລູກແນ່ TT
ໝັບ!
ແຕ່ມີມື້ຂາວໆ ຂອງໃຜ່ກໍບໍ່ຮູ້ຈັບໝັບເຂົ້າທີ່ແຂນຂອງຂ້ອຍແລ້ວດຶງອອກຈາກເສັ້ນຕາຍຈົນເຮັດໃຫ້ຂ້ອຍໄປນອນທັບເຂົາທັງຕົວ
ອຶກ! ສຽງຂອງຄົນທີ່ຂ້ອຍນອນທັບຢູ່ຮ້ອງຂື້ນ ຂ້ອຍເງີຍໜ້າຈາກເອິກກວ້າງຂອງເຂົາໄປທີ່ປາຍຄາງ ແລ້ວກໍຟ້າວລຸກຂື້ນຢ້ານເຂົາຂີ້ແຕກຕາຍກ່ອນຈະໄດ້ຂອບໃຈ
ເມື່ອເຂົາລຸກຢືນເຕັມຕົວແລ້ວຂ້ອຍກໍໄດ້ຮູ້ວ່າເຂົາສູງຫຼາຍ ຄືຊິປະມານຮ້ອຍເຈັດສິບ-ເຈັດສິບຫ້າພຸ່ນແຫຼະ ເມື່ອເບິ່ງ ໜ້າຊັດໆເຮີ໋ຍ! ໂຄດເທບພະບຸດໃນຝັນເລີຍ ທັງໃບໜ້າທີ່ຂາວໆໃສໆ
ໄນຕາສີດຳລຶກລັບອັນຄົມກີບເຂົ້າກັບດັງໂມໆ ເປັນສັນງາມ ຮີບຝີປາກທີ່ບາງສຽບສີບົວອົມແດງ
ໂດຍທຳມະຊາດສັນສ້າງ
ນີ້ແລະພໍ່ຂອງລູກໃນອານາຄົດ…
“ໜັກຊິບຫາຍ!” ເຂົາເວົ້າລອດແຂ້ວດ້ວຍທ່າທາງງຸດງິດ ຕາຄົມກໍເບິ່ງໜ້າຂ້ອຍດ້ວຍກະແສອາຄາດ ຂ້ອຍກໍບໍ່ຮູ້ວ່າເຂົາງຸດງິດຫຍັງ? “ຂ້າມທາງກະລະວັງແນ່ເຂົ້າໃຈບໍຖ້າບໍ່ຢາກຕາຍ” ເຂົາເຕືອນແລ້ວກຳລັງຈະກ້າວອອກໄປທາງໃຫ່ມ ແຕ່ຂ້ອຍຮ້ອງໄວ້ກ່ອນ
“ເຮິຍ! ແລ້ວເຈົ້າຊື່ຫຍັງຊັ້ນ” ຂ້ອຍຮ້ອງຖາມເພາະເຂົາກຳລັງຈະຍ່າງໄກອອກໄປເລື່ອຍໆ ເຂົາກໍຢຸດຈຶກ ແລ້ວກໍຫັນໜ້າມາເຮັດສາຍຕາລຳຄານ
ລະຄົນຖາມຊື່ຊື່ໆ ກໍລຳຄານກັນເນາະຄົນງາມເອິຍ
“ຮູ້ໄປກໍບໍ່ມີປະໂຫຍດ” ເວົ້າແລ້ວກໍ່ຫັນຫຼັງຈາກໄປແບບເທ້ໆ
ເບິ່ງຈາກທ່າແລ້ວຄືຊິວ່າງຟອມຂະໜາດ(ແຕ່ກໍມັກໃດ໋ແຫຼະ!)
“ຂອບໃຈເລີ—” ຂ້ອຍປ້ອງປາກແລ້ວຮ້ອງຂື້ນເພື່ອໃຫ້ເຂົາໄດ້ຍິນ
ບໍ່ບອກຊື່ບໍ່ເປັນຫຍັງເພາະດ້ວຍອຳນາດຂອງອິ່ສົ້ມຜູ້ນີ້ການນຳສືບຫາຄົນບໍ່ແມ່ນເລື່ອງຍາກ
ໃຫ້ມັນຮູ້ໄປຕິວ່າເຈົ້າກັບຂ້ອຍຊິໄດ້ເຫັນໜ້າກັນອີກເຫິງJທີ່ຮັກ
ປັດຈຸບັນ
ແປ໊ວ~ໆ ສຽງໂທລະສັບດັງຂື້ນເຮັດໃຫ້ຂ້ອຍຫຼຸດອອກຈາກພະວັງ
ເບິ່ງແລ້ວແມ່ນເບີຂອງກະຕິບ “ຮະໂຫຼ” ຂ້ອຍກອກສຽງລົງໄປ
ສາຍຕາຍັງກວາດຫາໄຜບາງຄົນ ແຕ່ກໍ່ບໍ່ເຫັນ…
(ສົ້ມຕອນນີ້ມຶງຢູ່ໃສ່) ມັນຖາມ ຂ້ອຍກໍໄດ້ຍິນສຽງແຊວໆ ມາທາງປາຍສາຍບົງບອກວ່າຕ້ອງມີງານມ່ວນໆ
“ຢູ່ແຖວສວນສາທາລະນະ” ຂ້ອຍຕອບໄປ
ຟັງເບິ່ງສຽງຕົວເອງແລ້ວຄືງອຍໆປານໝາເຫງົານີ້ເວິຍL
(ພວກກູມາກິນຊີ້ນດາດຢູ່ເຮືອນກູ) ມັນຍັງເວົ້າສຽງລ່າເລີງ (ຟ້າວມາດ໋ຽວອິ່ພວກໝີຄວາຍທັງຫຼາຍມັນຊິແດກໝົດກອ່ນ) ເມື່ອມັນເວົ້າແບບນີ້ອອກ ຂ້ອຍກໍໄດ້ຍິນສຽງຂອງບັນດາໝີຄວາຍທີ່ວ່າໂວຍວາຍກັນໃຫ່ຍ
ໄດ້ຍິນສຽງຫມູ່ໆຂ້ອຍກໍ່ໃຈຊື່ນຂື້ນ ບັດໜ້າຈັ່ງໃຫ້ເຂົາກໍ່ໄດ້ SweetHeart ຫັ້ນJ
“ເອີໆດ໋ຽວກູໄປດຽວນີ້ແຫຼະ!” ຂ້ອຍເວົ້າດ້ອຍສຽງທີ່ສົດໃສຄືເກົ່າ “ບອກພວກມັນເລັມອາກາດໄປກ່ອນ” ໄດ້ຍິນສຽງຫົວຂັວນ
ຂອງພວກມັນຜ່ານມານໍາ ຕິ໊ດ! ຂ້ອຍວ່າງສາຍແລ້ວກໍາລັງຈະຍ່າງກັບເຮືອນ ແຕ່ສາຍຕາກໍໄປປະທະເຂົ້າກັບຮ່າງສູງທີ່ກຳລັງຍ່າງມາທາງທີ່ຂ້ອຍຍືນຢູ່
ເຂົາຄົນນັ້ນຄືສົນ!