05 April 2013

[ ນິຍາຍ ] SweetHeart :: Ch.1 New Friend (1)


SweetHeart ຫວານໃຈສາວກະລ້ອນ
ບາງສິ່ງຍິ່ງເຮົາຫຼີກໜີ​​​ມັນເທົ່າໃດ.. ມັນກໍຈະກັບມາວຸ່ຍວາຍກັບເຮົາເທົ່ານັ້ນ
ເມື່ອວັນເວລາຜ່ານໄປ... ເຮົາພັດຮູ້ສືກວ່າບາງສິ່ງນັ້ນມັນສຳຄັນກັບເຮົາທີ່ສຸດ

1
New Friend

“ໝາກເລັ່ນ,ໝາກນາວ...” ຂ້ອຍອ່ານລາຍການໃນເຈ້ຍທີ່ແມ່ຂ້ອຍຈົດມາໃຫ້ດ້ວຍລາຍມືອັນເປັນລະບຽບຮຽບຮ້ອຍຂອງລາວ(ປະຊົດ) ຕອນນີ້ຂ້ອຍຢູ່ທີ່ຕະຫຼາດສົດບໍ​ໃກ້ບໍໄກຈາກເຮືອນ ເພື່ອຈະມາຊື້ວັດຖຸດິບໃຫ້ຍາແມ່ໄປປຸງແຕ່ງອາຫານປະທັງສີ່ຊີວິດໃນນັ້ນກໍລວມເຖິງຂ້ອຍນຳJ ຊື້ຄົບແລ້ວຂ້ອຍກໍຈະໄປສົ່ງຂອງ(ງານສົ່ງຂອງເປັນວຽກພິເສດຂອງຂ້ອຍວັນເສົາ-ທິດ)

ໃນ​ຂະນະ​ທີ່​ແມ່​ຄ້າຂາຍຜັກ​ຍື່ນ​ຖົງ​ຂອງ​ທີ່​ຂ້ອຍ​ຊື້​ພ້ອມ​ກັບ​ເງິນ​ທອນສາຍຕາຂ້ອຍກໍບັງເອີ໊ນບັງເອີນເຫຼືອບໄປເຫັນຮ້ານຊ໋ອກໂກແລັດ SunDee (ແປງ່າຍໆກໍຄືຊັ້ນດີ)..​. ຂ້ອຍ​ຮູ້​ຈັກ​ຮ້ານ​ນີ້​ດີ... ນັ້ນ​ກໍ່​ເພາະວ່າ... ຕອນ​ປີ​ແລ້ວ​ຮ້ານ​ນີ້​ຫາ​ກໍເປີດ​ໃຫ່ມໆ ​ແລະ​ເຂົາ​ກໍໃຫ້​ຊິ​ມຟຼີ ຊຶ່ງ​ແນ່ນອນ​ຂ້ອຍ​ຕ້ອງ​ໄປ​​ແຈ​ມນຳ​ເຂົາ​ຢູ່​ແລ້ວ ຫູ​ຍ—ຄົນ​ຊົນ​ຊັ້ນ​ໃຕ້​ດິນ​ຢ່າງ​ຂ້ອຍ​ໄດ້​ກິນ​ຂອງ​ນອກ​ແບ​ບນີ້​ມັນ​ຖື​ເປັນ​ສິລິ​ມົງຄົນ​ໄດ໋(?) ​ເມື່ອ​ໄດ້​ລິ່ມລອງ​ມັນປາ​ນກັບ​ວ່າ​ຈະ​ລະລາຍ​​ເອງ​ໃນ​ປາກ​ເຮົາ​ເລີຍ ກິ່ນ​ຂອງ​ມັນ​ນີ້​ກະ​ຫອມ~ຫອມ... ຂ້ອຍ​ຕັດສິນ​ໃຈ​ບໍ່​ຍາກ​ເລີຍ​ທີ່​ຈະ​ຊື້​ຕິດ​ໄມ້ຕິດ​ມືກັບ​ບ້ານ ພຽງ​ແຕ່​ສີ່​ຫ້າ​ຢ່າງ​ເທົ່າ​ນັ້ນ...ປາກົດ​ວ່າ...

ຟາດ​ໄປ​ເກື​ອບ​ແສນ!!

ຫຼັງຈາກທີ່ຢືນອຶ້ງຢູ່ດົນເຕີບກັບລາຄາຂອງຊ໋ອກໂກແລັດສີ່ຫ້າຢ່າງທີ່ກ້ອນເທົ່າຂີ້ເລັບຂອງຂ້ອຍນີ້(ຕອນນັ້ນອາລົມມັນກຳລັງແປປວນກໍເລຍເຫັນເທົ່າຂີ້ເລັບ..ທີ່ຈິງມັນໃຫ່ຍກ່ວານັ້ນ.. ໜອຍໜື່ງ) ຂ້ອຍກໍຈ່າຍເງິນອັນນ້ອຍນິດໃຫ້ເຂົາໄປ ເພາະຄົນຢ່າງອີ່ ..ສົ້ມ.. ຜູ້ນີ້ບໍ່ຍອມເສຍຟອມໃຫ້ກັບຊ໋ອກໂກແລັດຂີ້ເລັບນັ້ນດອກ
ຈາກນັ້ນຂ້ອຍກໍບໍ່ມາຢຽບຮ້ານນີ້ອີກເລຍ~ ບັດ​ນີ້​ກິນ​ຂອງ​ໃນ​ເອົາTT

ແຕ່ຂ້ອຍຄິດວ່າຈັກໜ້ອຍ..ຂ້ອຍອາດຈະໄດ້ເອົາຕີນໃສ່ເກີບອີ່​ແຕະໄປຢຽບຮ້ານນັ້ນອີກຄັ້ງ!! ເພາະວ່າໃນຮ້ານມັນມີ SweetHeart ທ່ານຄິດຖືກແລ້ວນັ້ນແມ່ນຊື່ຂອງຊ໋ອກໂກແລັດລະດັບຕໍານານ(?) ທີ່ຂ້ອຍໝາຍຕາໄວ້​ຕັ້ງ​ແຕ່​ເຫັນ​ມັນ​ໃນ​ໃບ​ປິວປະມານ​ສອງ​ມື້ກ່ອນ ​ເພື່ອໃຫ້​ຄົນຮັກຂອງຂ້ອຍ​ໃນ​ວັນ​ວາ​ເລນ​ໄທ​ນ໌ທີ່​ຈະ​ມາ​ເຖິງ​ໄວໆ​ນີ້ ເຂົາຄົນນັ້ນຊື່ ..ສົນ.. ຟັງແຕ່ຊື່ກໍຮູ້ແລ້ວແມ່ນບໍວ່າໜ້າຕາດີປານໃດ ຄິດເຫັນແລ້ວໃຈຊິລະລາຍ ທັງໜ້າຂາວໆຄົມໆໄດ້ຮູບຂອງເຂົາເຂົ້າກັບດັງໂມໆເປັນສັນງາມໜ້າຮັກໆ ໄນຕາສີດຳລຶກລັບຄູ່ນັ້ນຊ່າງດຶງດູດ ນ້ຳລາຍຈະໄຫຼ

ເອົາລະ! ຂ້ອຍພ້ອມທີ່ຈະໄປບອກຮັກເຂົາແລ້ວ!! ຫຼັງ​ຈາກ​ທີ່​ແອບ​ມັກ​ແອບເບິ່ງເຂົາຢູ່ຫ່າງໆຢ່າງຫ່ວງໆຕະຫຼອດຫົກເດືອນທີ່ຜ່ານມາ ແຕ່ມັນຈະບໍ່ເປັນແບບນັ້ນອີກແລ້ວ ຮຶ!

ຍົກກໍາປັ້ນຢ່າງສູ້ຊີວິດ! (ທ່າປະຈຳ​ເພື່ອ​ເອີ້ນ​ກຳ​ລັງ​ໃຈ)

ຂ້ອຍກໍາລັງຈະຢ່າງເຂົ້າພາຍ​ໃນ ​ແຕ່!

ຕຸບ!

“ໂອ໊ຍ!” ຂ້ອຍຮ້ອງຂື້ນເມື່ຶອລົ້ມກົ້ນຕໍາພື້ນຢ່າງກະທັນຫັນ ຮູ້ສຶກເຈັບຢ່າງສັບພັນໄດ້ຍິນສຽງແວ່ວໆມາຈາກເທິງຫົວ

ອະ! ຂໍໂທດເດີ້~​ເປັນສຽງຜູ້ຍິງ ບໍ່ຕ້ອງເດົາເລີຍວ່າຄົນທີ່ມາຕຳຂ້ອຍແມ່ນເພດໃດ ເປັນຫຍັງບໍ? ເຈັບແຮງບໍ?ຂ້ອຍເງີຍໜ້າຂື້ນເຫັນນາງເຮັດສີໜ້າຕື່ນໆ ມັນເປັນຕາຮັກດີ ດວງຕາກົມໃຫ່ຍຂອງນາງຍິບຍັບ ຄິ້ວກົງໆເຂົ້າກັບ​ໃບໜ້າຮູບໄຂ່ ດັງໂມເຂົ້າກັບປາກຈິ່ມລິ່ມ ແລະກໍ່ຍັງຕັດຜົມຊົງໜ້າມ້າອີກ ໂຄດໜ້າຮັກເລີຍພີ່ນ້ອງເອີຢ່າເຂົ້າໃຈຜິດວ່າຂ້ອຍເປັນຄົນປະເພດປ່າໄມ້ດຽວກັນໃດ໋ ເພາະນາງເປັນຕາຮັກອິ່ຫຼີ ຂະໜາດຂ້ອຍບໍ່ມັກຍ້ອງໃຜໃດ໋ນີ້(ມັກ​​ຍ້ອງ​ແຕ່ຕົວເອງ)

ຂ້ອຍບໍ່ເປັນຫຍັງແລ້ວ..ຂ້ອຍຍັງສະບາຍດີເວົ້າແລ້ວຂ້ອຍກໍລຸກຢືນຂື້ນ​ເພື່ອຕັ້ງຫຼັກ ແລ້ວຟ້າວຍົກມືເປັນສັນຍານໃຫ້ນາງຮູ້ວ່າຂ້ອຍສະບາຍດີ ເພາະການເວົ້າຊື່ໆນາງອາດຈະບໍ່ເຂົ້າໃຈເພາະທ່າທີຂອງນາງກະວົນກະວາຍເກີນໄປ ຈາກນັ້ນນາງມີສີໜ້າໂລ່ງໃຈ ຈົນຂ້ອຍຢາກຫົວກັບທ່າທີຂອງນາງເພາະມັນເກີນຈິງໂພດ ແຕ່ກະຍັງເປັນຕາຮັກໃດ໋ລະ

ເບິ່ງດີໆແລ້ວອາຍຸຂອງນາງກໍ່ໜ້າຈະປະມານລຸ່ນລ່ຽງກັບຂ້ອຍ ແລະເບິ່ງຈາກການແຕ່ງຕົວແລ້ວຄືຊິຖານະດີເອົາການ ເມື່ອມາພິຈາລະນາຕົວເອງແລ້ວ ເອີ ທຽບລັດສະໝີກັນບໍ່ຕິດ

ເອົາເປັນວ່າຢ່າໄປສົນໃຈເລື່ອງນັ້ນເຖາະ!

ເຮົາຊື່ 'ນິດ' ແລ້ວໂຕເດ?” ຢູ່ຊື່ໆນາງກໍ່ເເນະນໍາຕົວພ້ອມກັບຖາມຊື່ຂ້ອຍ ແລະກໍຍີ້ມເປັນຕາຮັກໆມາ

ຂ້ອຍຊືສົ້ມ

ຂໍໂທດ​ເດີ້... ສົ້ມທີ່ເຮົາຍ່າງມາຕຳສົ້ມຈົນລົ້ມນິດເວົ້າດ້ວຍສີໜ້າສຳນຶກຜິດທັງກົ້ມຫົວໃຫ້ຂ້ອຍນຳ

ເຮິຍ! ນິດຢ່າເຮັດແບບນັ້ນ ຂ້ອຍບໍ່ໃດ້ເຈັບຫຍັງແຮງ ແລ້ວກໍບໍ່ຖືໂທດໂຄດແຄ້ນນິດນຳຂ້ອຍຟ້າວເວົ້າກ່ອນທີ່ນິດຈະເຮັດຫຍັງທີ່ໜ້າເຫຼືອເຊື່ອເກີນກ່ວານີ້ ແລະຂ້ອຍກໍຢ້ານຄົນແຖວນີ້ຊັງຂ້ອຍເມື່ອໄປເຮັດໃຫ້ສາວໜ້າຮັກຢ່າງນິດຕ້ອງເສີຍຄວາມຮູ້ສຶກກັບການທີ່ນາງຍ່າງມາຕຳຂ້ອຍ

ຫວາ?” ຕາຂອງນິດຍິບຍັບປ່ຽມໄປດ້ວຍຄວາມດີໃຈ

ອື ງືກຫົວພ້ອມເປັນການຢືນຢັນ ໃນຂະນະນັ້ນສາຍຕາຂອງຂ້ອຍກໍເຫຼືອບເບິ່ງພາຍໃນຮ້ານSunDeeກໍ່ເຫັນຄົນເຕັມແຖມຍັງຕໍ່ຄິວຢຽດຍາວເປັນຫາງວ່າວ​ເລີຍ

ຕາຍລະ! SweetHeartຂອງຂ້ອຍອາດຈະໝົດກ່ອນທີ່ຈະເຖິງມືສົນກໍໄດ້ ກຣີດສ໌ ອີ່ສົ້ມບໍ່ຍອມ!!

ຄິດໄດ້ດັ່ງນັ້ນຂ້ອຍກໍຟ້າວຈ້ຳຂາໄປທາງປະຕູຮ້ານທີ່ມີບັນດາສາວນ້ອຍສາວໃຫ່ຍສາວແທ້ສາວທຽມບຽດສຽດກັນພະຍາຍາມ​ທີ່​ຈະເຂົ້າພາຍໃນ

ສົ້ມຊິໄປໃສ?” ແຕ່ສຽງຂອງນິດດັງຂື້ນເຮັດໃຫ້ຂ້ອຍຕ້ອງຢຸດຈຶກແລ້ວຫັນໜ້າບອກກັບນິດວ່າ

ຊ໋ອກໂກແລັດ... ຊິໄປຊື້ຊ໋ອກໂກແລັດສຽງຂ້ອຍລະ​ລ່ຳລະລັກເມື່ຶອຟ້າວ

ສົ້ມຢາກໄດ້ຊ໋ອກໂກແລັດຫວາ?” ນິດຖາມຂື້ນ

ອື​...” ຂ້ອຍງຶກຫົວ ແລະນິດກໍເຮັດຕາຍິບຍັບຄືດີໃຈບາງຢ່າງ

ຈາກ​ນັ້ນນາງກໍມາຈັບມືຂ້ອຍແລ້ວກໍເວົ້ານ້ຳສຽງຕື່ນເຕັ້ນ

ໃຫ້ເຮົາຊື້ໃຫ້ສົ້ມ​ເດີ້..ເພື່ອເປັນຄ່າໄຖ່ໂທດຂ້ອຍກຳລັງຈະເວົ້າວ່າບໍ່ເປັນຫຍັງຂ້ອຍຊື່ເອງໄດ້ ນິດກໍລາກຂ້ອຍເຂົ້າມາໃນຮ້ານຜ່ານສາວນ້ອຍສາວໃຫ່ຍສາວແທ້ສາວທຽມຢ່າງວ່ອງໄວ... ເມື່ອ​ເຂົ້າ​ມາ​ໃນ​ນີ້​ແລ້ວບັນຍາກາດໂຄດໂຣແມນຕິກ​ ​ເພາະວ່າເຂົາຕົບແຕ່ງຕ້ອນຮັບວັນວາເລນໄທນ໌ ສ່ວນນິດກໍພາຂ້ອຍເລາະຊອກນັ້ນຫຼືບນີ້ຂອງຮ້ານພ້ອມຍັງເເນະນໍາວ່າອັນໃດແຊບອັນໃດບໍ່ແຊບ ປານກັບວ່ານາງຮູ້ດີແລະຄຸ້ນເຄຍກັບຮ້ານນີ້ດີ

ນິດເລືອກເອົາໆບໍ່ສົນລາຄາເລີຍ ນີ້ນາງຈະຊື້ໃຫ້ຂ້ອຍອີ່ຫຼີບໍນີ້ບໍ່ຢາກຈະເຊື່ອ ຂ້ອຍນີ້ແສນຈະເກງ​ໃຈໆ

ໂຕນີ້ນຳນິດ ຂ້ອຍຊີ້ໄປທີ່ຊ໋ອກໂກແລັດອັນໜື່ງທີ່ເປັນຕາແຊບແລ້ວນິດກໍຈັບມັນໃສ່ກະຕ່າທີ່ຂ້ອນຈະເຕັມແລ້ວ

ແສນຈະເກງໃຈອີ່ຫຼີໄດ໋ນີ້!!!

ສາຍຕາຂ້ອຍກໍເຫັນເປົ້າໝາຍທີ່ຕັ້ງໃຈໄວ້ຕັ້ງແຕ່ຕົ້ນ...

ນັ້ນກໍຄືSweetHeart ມັນເປັນຮູບກາຫົວໃຈມີສີແດງ(ແຢມສະຕຼໍເບີຣີ)ເບິ່ງແລ້ວມັນອາດຈະຄືຊ໋ອກໂກແລັດທຳມະດາ ແຕ່ບໍ່ຮູ້ເປັນຫຍັງຂ້ອຍຮູ້ສຶກຖືກຊະຕາກັບມັນຫຼາຍ... ຫຼືວ່າມັນຈະເຮັດໃຫ້ຂ້ອຍສົມຫວັງກັບສົນ ກຣີ໊ດສ໌~ ໜ້າງາມໆຂອງສົນລອຍມາແຕ່ໄກ ເຮີລ໌~ ຢາກເອົາໄປໃຫ້ເຂົາໄວໆເດ...ບໍ່ຮູ້ວ່າເຂົາຊິເຮັດໜ້າແບບໃດ ດີໃຈ.. ຕົກໃຈ.. ຫຼື ສຸກໃຈ...

ສົ້ມ! ສົ້ມເປັນຫຍັງຄືເຫັນຕາລອຍໆນິດມາສັ່ນແຂນຂ້ອຍຈົນເຮັດໃຫ້ໜ້າສົນຫາຍວັບໄປກັບອາກາດ
ສີໜ້າກະວົນກະວາຍຂອງນິດມັນມາອີກແລ້ວ

ບໍ່ເປັນຫຍັງ” ຂ້ອຍບອກນິດ​ໄປແຕ່ສາວຕາຍັງຈັບຈ້ອງທີ່ SweetHeart

ຂ້ອຍຕ້ອງເອົາມັນໄປໃຫ້ເຂົາໃຫ້ໄດ້!!

ສົ້ມຢ່າງໃດ້ໂຕນີ້ຫວາ?” ນິດຖາມເມື່ອເຫັນຂ້ອຍແຍງ SweetHeartເປັນພິເສດ
ອັນຢາກໄດ້ມັນກໍ່ຢາກໄດ້ຢູ່ແຕ່ຂ້ອຍຊິຊື້ເອງ ຂ້ອຍຕັ້ງໃຈຈະບອກກັບນິດແບບນັ້ນ

ເອີ~ນິດປາກກະມາຕິດອ່າງຕອນນີ້ ເປັນຕາຕົບປາກຕົວເອງເດ໊! ແລະນິດກໍຈັບ SweetHeartຂື້ນມາສ່ອງຢ່າງພິຈາລະນາ ເຮັດສີໜ້າປານຮູ້ເລື່ອງຫຍັງມ່ວນໆບາງຢ່າງ

ແນວນີ້ເຂົາເອົາໄວ້ໃຫ້ຄົນຮັກຕວາສົ້ມ?” ຂ້ອຍຮູ້ວ່ານິດເວົ້າເພື່ອໃຫ້ຂ້ອຍເຜີຍຄວາມລັບອອກມາ ຂ້ອຍກໍເລີຍ

ເຂົາເອົາອີ່ຫຍັງມາວັດວ່າໂຕໃດຊື່ກິນເອງໂຕໃດຊື້ໃຫ້ຄົນຮັກກັນຫະນິດ?” ຂ້ອຍພະຍາຍາມເວົ້າດ້ວຍສີໜ້າທີ່ເປັນປົກກະຕິທີ່ສຸດ ຈົນນິດເບ໊ປາກເມື່ອຂ້ອຍຮູ້ທັນ ແລະຂ້ອຍກໍເວົ້າ ໂຕນີ້ຂ້ອຍຊະ...’’

?! ຂ້ອຍກຳລັງຈະ​ຈັບ​ເອົາ SweetHeartແລ້ວ​ຈະ​ໄປ​ຈ່າຍ​ເງິນ​ເອງ ​ແຕ່ກໍ​​ມື​ປິດສະໜາ​ຂອງ​ໃຜ​ກໍບໍ່​ຮູ້​ມາ​ຈັບ​ເອົາມັນ​ໄປ​ຈາກ​ມື​ຂອງ​ນິດ​ຢ່າງ​ໜ້າ​ຕາ​ເສີຍ

ຈັ່ງ​ໃດ​ນ້ອງ​ນິດ…?” ເຈົ້າຂອງມືປິດສະໜານັ້ນ​ແມ່ນ​ສາວ​ໜ້າ​ຕາ​ອອກ​ໝວຍໆ​ອຶມໆ ​ແຖມ​ຍັງ​ປອດ​ບວມ​ອີກ​ຕ່າງຫາກ ປະ​ໂທ!! ນັ້ນ​ມາ​ໜ້າ​ເອິກ ຫຼື ​ໝາ​ກພ້າວ​ວະຄື​ມາ​ໃຫ່ຍ​ເອົາ​ແທ້​​ເອົາ​ວ່າ​ຕັ້ງ​ແຕ່​ຂ້ອຍ​ເກີດ​ມາ​ບໍ່​ເຄີຍ​ເຫັນ​ຂອງ​ໃຜຜິ​ລຶກຜິໂລປານ​ນີ້... ​​ໃນ​ຂະນະ​ທີ່​ຂ້ອຍ​ກຳລັງ​ວິ​ເຄາະ​ວ່າ​ໜ່ວຍ​ໝາ​ກພ້າວ​ສອງ​ໜ້ວຍນັ້ນ​ມັນ​ຊິ​ຈັກກຣັມ ຫຼື​ ອາດ​ໜ່ອຍ​ລະ​ໂລ ຂ້ອຍ​ກໍ​ຮູ້ສຶກ​ໄດ້​ເຖິງ​ລັງສີ​ພິຄາດ​ຂອງ​ນິດ​ກັບສາວ​ໝວຍໝາກພ້າວ(ຕັ້ງຊື້​ໃຫ້ຮຽບຮ້ອຍ)ທີ່ກຳລັງສົ່ງໃຫ້ກັນແບບບໍ່ມີໃຜຍອມໃຜ

ອຶ​ສະບາຍດີ ນິດເວົ້າດ້ວຍທ່າທີທີ່ບໍ່ແມ່ນກະວົນກະວາຍຫຼືຕາຍິບຍັບ ແຕ່ສີໜ້າແບບນີ້ສະແດງຄວາມບໍ່ເປັນມິດຢ່າງຊັດເຈນຄືກັບຕຽມຈະອອກສົງຄາມກັບຄົນເບື້ອງໜ້າແລະຕາມທີ່ຂ້ອຍຮູ້ມາຂ້ອຍບໍ່ເຄີຍມີເອື້ອຍນິດເວົ້າຂື້ນຢ່າງຕັດເຍື້ອໃຍ.. ເບິ່ງບໍ່ຍາກເລີຍວ່າສອງຄົນນີ້ບໍ່ຖືກກັນ

ແລ້ວຄົນນອກຢ່າງຂ້ອຍຮູ້ສຶກຂົນລຸກຂື້ນມາເປັນລິ່ວໆ

ວະນິດາ!!ສາວໝວຍໝາກພ້າວຂື້ນສຽງພ້ອມກັບເອີ້ນຊື່ໃຜກໍບໍ່ຮູ້ ສົງໃສແມ່ນຊື່ແທ້ໆຂອງນິດນັ້ນແຫຼະ ເພາະສາຍຕາທີ່ມີກະແສໂກດກ້ຽວຂອງ​ສາວໝວຍໝາກພ້າວຈ້ອງແຕ່ນິດ ອອກມາທ່ຽວແບບນີ້'ຍາຍມາ'ຂອງນ້ອງບໍ່ຮ້າຍຫວາ?” ສາວໜວຍເວົ້າແຖມຍັງຍີ້ມມຸມປາກ(ສ່ຳນາງຮ້າຍໃນລະຄອນນ້ຳ​ເນົ່າ)ປານກັບວ່າຕົນເອງກຸມໄຊຊະນະໄວ້ຈັ່ງຊັ້ນແຫຼະ

ເມື່ອຫຼຽວໄປທີ່ນິດນາງກໍມີສີໜ້າທີ່ຄັດເຄືອງແຕ່ບໍ່ຕອບໂຕ້ຄືນ

ກະຊ່າງເຖາະ.. ແຕ່ຊ໋ອກໂກແລັດອັນນີ້ເປັນຂອງຂ້ອຍສາວໝວຍໝາກພ້າວເວົ້າຂື້ນຢ່າງໃຈເຢັນຜິດກັບເມື່ອກີ້ ພ້ອມກັບໂຍນ SweetHeart ຂື້ນລົງ​ຢ່າງ​ຫຼອກ​ລໍ້ ​ເຮິ​ຍ! ດ໋ຽວມັນ​ກະ​ເລະ​ດອກ​

ບໍ່ໄດ້ນັ້ນຂອງສົ້ມ ນິດທວງຂື້ນ

ແຕ່ພວກເຮົາເຫັນກ່ອນ ສາວໜ້າປາດຸກທີ່ມາກັບສາວໝວຍ(ຫຼັງຈາກທີ່ມິດມາເຫິງ)ກໍເວົ້າຂື້ນ
ເມື່ອເຫັນເປັນແບບນີ້ນາງເອກຢ່າງອີ່ສົ້ມຈຳເປັນຕ້ອງອອກໂລງເສຍແລ້ວ ແທ໊ນ! ແທນ! ແທ໊ນ!

ແຕ່ນິດຈັບໄດ້ກ່ອນຂ້ອຍເວົ້າຂື້ນຢ່າງກ້າຫານລັດສະໝີນາງເອກເປັງປັ່ງ!

ອຸ! ນີ້ຫວາສົ້ມຄິດວ່າປາກກືກເສຍອີກ ຮ່ະໆ ສາວໝວຍໝາກພ້າວເວົ້າ​ແລ້ວ​ກໍປະສານ​ສຽງ​ຫົວ​ກັບ​ໄມ້​ມື
ກ້າເວົ້າກັບນາງເອກແບບນີ້ໃດຈັ່ງໃດມັນເກີນໄປແລ້ວ!!!

ຂ້ອຍຕຽມຈະໄປຍາດເອົາ SweetHeart ຄືນມາບໍ່ສົນວ່າມັນຈະເສຍມາລະຍົງມາລະຍາດແລ້ວ ແຕ່ປາກົດວ່າ

ເອົ໋າ ສາວໝວຍໝາກພ້າວໂຍນ SweetHeart ມາທາງຂ້ອຍ ດີທີ່ຂ້ອຍຮັບໄດ້ທັນບໍ່ດັ່ງນັ້ນມັນອາດຈະເລະຕຸ່ມເປະໄປແລ້ວ ຂ້ອຍຖອນຫາຍໃຈຢ່າງໂລ່ງເອິກ ໄປລະ ບ໊າຍບາຍແລ້ວພວກ​ນາງກໍ່ຫັນຫຼັງຈາກໄປ

ງ່າຍແບບນີ້! ຂ້ອຍຍັງອຶ້ງຄ້າງຄິດວ່າເລື່ອງນີ້ວ່າຈະຈົບດ້ວຍເລືອດເສຍອີກ…
ຂ້ອຍບໍ່​ລືມ​ທີ່​ຈະ​ສົ່ງແຂກດ້ວຍຄຳເວົ້າທີ່ອ່ອນຫວານແລະເປັນມິດທີ່ສຸດ

ເຊີນ!ຝາກໄວ້ກ່ອນເຖາະ! ກ້າມາເຮັດ SweetHeart ອງຂ້ອຍມີລາຄີ... ຮຶ!

ຂໍໂທດເລີສົ້ມ.. ທີ່ເຮັດໃຫ້ຖືກລູກຫຼົງນຳນິດເວົ້າສ່ຳກັບວ່າສາວໝວຍໝາກພ້າວນັ້ນເອົາປືນມາກວາດຍິງນິດແລ້ວຖືກຂ້ອຍໄປນຳຈັ່ງຊັ້ນແຫຼະ... ແຕ່ຄິດດີໆແລ້ວມັນກໍບໍ່ຕ່າງກັນປານໃດ໋ນະຂ້ອຍວ່າ


------------------------------------------------------------------------------------
ນອກກອບ

ສຳລັບໃຜທີ່ຜ່ານມາ
ສະບາຍດີ ຂ້າພະເຈົ້າຊື ຫວັນ (ເອີ້ນ ເອື້ອຍ ນ້ອງ ລູງ ປ້າ ນ້າ ອາ ໄດ້ຫມົດ ຮ່າໆໆ)
ນິຍາຍເລື່ອງນີ້ເຄີຍລົງໃນເວັບພັນລາວປະມານ4ຕອນແຕ່ກໍ່ຕ້ອງຢຸດເພາະວ່າຜູ້ແຕ່ງຫົວຕັນຂັ້ນຮຸກແຮງ
ເລີຍແຕ່ງໄດ້ເທົ່ານັ້ນ 
ເມື່ອມາຄິດແລ້ວ ຫວັນກໍ່ສົງສານຕົວອີ່ສົ້ມແລະຕົວລະຄອນທີ່ສ້າງມາກັບມືທີ່ໂລດແລ່ນມາໄດ້ເທົ່ານີ້ກະບໍ່ມີທາງໄປ
ເລີຍກັບມາຕັ້ງໃຈແຕ່ງຕໍ່ ແລະມາເອົາລົງເພື່ອມາກົດດັນຕົວເອງ ແລະໃຫ້ນັກອ່ານກົດດັນ(ຖ້າມີ)
ຈົ່ງໄດ໋ກະຂອບໃຈຫຼາຍໆເນີທີ່ອ່ານມາຮອດນີ້ ຫວັງວ່າພວກເຮົາຈະໄປລອດຮອດຕອນຈົບນຳກັນເນີ^^
Vane-D ♥ ຄົນອ່ານ