11 June 2013

[ ນິຍາຍ ] SweetHeart :: Ch.1 New Friend (3)

ຫຼັງຈາກທີ່​​ສູດກິ່ນອາຍສະຖານທີ່ທີ່ສົນຄຸ້ນເຄຍຈົນອິ່ມໃຈແລ້ວ

ຂ້ອຍກໍກັບມາຮ້ານສຸລາດອງຊື່ເປັນທີ່ຊຸບຫົວນອນຂອງຂ້ອຍພໍ່ແມ່ແລະນ້ອງຊາຍ

“​ໄປ​ຊື້​ຂອງ​ທໍ່​ນີ້​ຄື​ມາດົນ​ແທ້?” ສຽງ​ອັນ​ຄຸ້ນ​ເຄຍຂອງ​ແມ່​ສຸດ​ທີ່​ຮັກ​ຂອງ​ຂ້ອຍ​ດັງ​ຂື້ນຢູ່​ຫຼັງ​ເຄົາ​ເຕີ້ຂອງຮ້ານ

ຂ້ອຍກະໄປສົ່ງຂອງມານຳຫັ້ນເດອີ່ແມ່ນີ້ຂ້ອຍເວົ້າຕາມຄວາມຈິງບໍ່ໄດ້ບອກວ່າກ່ອນນັ້ນຂ້ອຍເຮັດຫຍັງ ອັນທີ່ຈິງຍາມລາວໃຊ້ຂ້ອຍໄປຊື້ນັ້ນນີ້ຂ້ອຍມັກຈະຖະເຫຼຖະໄຫຼປະຈຳແລະກໍ່ໄດ້ຟັງບົດ​​ເທດຈາກ​​ເຈົ້າແມ່ນີ້ເປັນປະຈຳເຊັ່ນກັນ ຂ້ອຍຍື່ນຂອງທີ່ລາວໃຫ້ໄປຊື້ແລ້ວຟ້າວຊິ້ງໝີ ມາຮ້ານຂອງສາວ ກະຕິບເພື່ອນບ້ານແລະຍັງເປັນເພື່ອນສະນິດຂອງຂ້ອຍຕັ້ງແຕ່ອະນຸບານພຸ້ນ ຊິເອີ້ນວ່າສາວກໍ່ບໍ່ໄດ້ເຕັມປາກເພາະມັນເປັນທອມ ທີ່ເຈົ້າຊູ້ພໍແລ້ວ ຂ້ອຍກະງົງຄືກັນວ່າກະຕິບມັນປ່ຽນຈາກສາວນ້ອຍທີ່ໜ້າຮັກມາເປັນທອມ​​ແບບນີ້ໄດ້ຈັ່ງໃດ?

ໃນຮ້ານເຝີຂອງກະຕິບຕອນນີ້ມີບັນດາໜູ່ໆຂອງຂ້ອຍ ທີ່ມາຊຸມນຸມຢ່າງບໍ່ໄດ້ນັດໝາຍ

ເຮິ! ສົ້ມໄປໃສມາວະບັກ​​ເທັ້ງມັນຖືເລກສອງພັນບັກເອ໊ະທີ່ຮ້ອງຂື້ນກ່ອນທີ່ຂ້ອຍຈະໃດ້​​ເຂົ້າໃນຮ້ານຊ້ຳ

ເອ໊ະ ຫຼື ຈິຣາກອນ ຜູ້ນີ້​​ເລຶ່ອງຜູ້ຍິງມັນກໍ່​​ເຈົ້າຊູ້ບໍ່ແພ້ກະຕິບຄືກັບ ສຳລັບເອ໊ະ​​ແລ້ວວ່າຕ່ເປັນຜູ້ຍິງມີໜ້າເອິກ,ມີມົດລູກມັນເອົາໝົດຍົກເວັ້ນແຕ່ທອມເພາະມັນໂຄດຈະບໍ່ຖືກສະຕາກັບທອມເລີຍ(ມັນວ່າແບບນັ້ນ) ສອງຄົນກະຕິບເອ໊ະຍັງມັກຈີບສາວແຂ່ງກັນອີກມື້ນີ້ຕ້ອງມີການກິນລ້ຽງ ເວົ້າສຽງຄຶກຄືນຕາມປະສາຂອງຄົນເຮຮາ

ສ່ວນຄົນຊື່​​ ​ເທັ້ງ ຫຼື ທັດທອງ ລູກຊາຍເຈ້ໃສຮ້ານ​​ເສີມຄວາມສວຍ ຈະເອີ້ນວ່າລູກຊາຍກໍບໍ່ເຕັມປາກ(ໝູ່ຂ້ອຍນີ້ມັນຈັກຈັ່ງໃດໆຢູ່)​ ເພາະທ່າທາງອ່ອນແອ່ນ ຈິບປາກຈິບຄໍ ໜ້າຂາວປານວອກ…(​ບັນຍາຍມາຂະຂາດນີ້ບໍ່ຮູ້ກະແລ້ວໄປ)

ຖືກເລກພັນໜື່ງເທົ່າກັບ​​ຫົກສິບພັນ... ສອງພັນເທົ່າກັບແສນຊາວພັນກີບ ໂລແຊງຄ໌ສາວນັກຮຽນຂອງແທ້ ເບິ່ງຈາກແວ່ນຕາໜາເຕີະ ການແຕ່ງຕົວສຸດແສນຈະເຊຍ(​ແຕ່ຄົນອື່ນໃນກຸ່ມກໍບໍ່ໃດ້ດີໄປກ່ວານາງດອກ)​ ເສື່ອຄໍ​​ເຕົ່າກັບສີ້ນມັນເຂົ້າກັນໆ (ປະຊົດ) ກັບຫົວສະໝອງທີ່ເຄຶ່ອງຄິດເລກຍັງອາຍ ບໍ່​ວ່າ​ເລື່ອງ​ຫຍັງ​ມັກ​ກໍຈະ​ເອົາ​ມາ​ວິ​ເຄາະ​ໄດ້​ຕະຫຼວດ​ເວລາ

ກະດີຕ້ອງມີເຫຼົ້າຂາວຂ້ອຍເວົ້າກ່ອນຈະຖີ້ມກົ້ນລົງນັ່ງຕັ່ງຫີນຂ້າງໆ ໂລແຊງ

ໂຕະຫີນປະຈຳຂອງພວກເຮົາມີກົກຕາກົບເປັນຫົ່ມບັງແດດຢູວີລັງສີພາວເວີ້...

ບໍ່ຕ້ອງມານຽນຂາຍຂອງເລຍມຶງ ກະຕິບທີ່ກໍາລັງວົນຢູ່ກັບເສີບນໍ້າເສີບເຝີຍັງມີໜ້າມາຂັດຄໍຄົນຢາກຂາຍຂອງອີກເນາະ!

ບໍ່ແມ່ນ.. ສົ້ມມັນໃຫ້ກິນຟຼີ ອາວບັກໂຕ້ປາກຫມູ ກູເຄຍເວົ້າຈັກຄຳວາຟຼີຕອນໃດ

ບັກໂຕ້ ຫຼື ຊື່ເຕັມໆວ່າ ໂຕ້ (ມັນຕ່າງກັນບ່ອນໃດ?) ລູກຊາຍເຈ້ໃຫ່ຍຂາຍຫມູ ຄົນນີ້ເວົ້າໃດ້ເຕັມປາກວ່າລູກຊາຍ(ຄືກັບບັກເອ໊ະ) ແຕ່!ປາກອັນເປັນເອກະລັກ ຂອງມັນເຊື່ອງໃຈແອ້ນສິບໂຕພຸ່ນແຫຼະ

ບັນດາຫມູ່ຂອງຂ້ອຍນີ້ມີເອກກະລັກກັນອິ່ຫຼີJ

ເອີຍັງມີອີກຄົນໜື່ງບໍ່ເຫັນນັ້ນແມ່ນບັກ 'ຈຸກ' ຊື່ເຕັມໆວ່າ 'ຈຸກຈິກ'(ອັນຫຼັງນີ້ຂ້ອຍຕື່ມໃສ່ເອງມັນເປັນຕາຮັກດີ)ເວົ້າເຖິງມັນແລ້ວຊິຈຸກ ນັກເລງຫົວໄມ້ຂອງແທ້ ຈຸກ​ມັນ​ເປັນ​ຄົນ​ເລິກ​ລັບ ​ແຕ່​ພວກ​ເຮົາ​ຮູ້ຈັກ​ມັນ​ດີ​ກ່ວາ​ໃຜ

ພວກມຶງເວົ້າດີໆບໍ່ມີຄຳວ່າ'ຟຼີ'ຫຼຸດອອກປາກກູໃດ໋ເຮີຍ!” ຂ້ອຍທ້ວງ ເນາະ! ເທ໊ງຄົນງາມ~” ມັນຖືກເລກ​ເລີຍເອົາໃຈມັນຈັກໜ່ອຍ  ເມື່ອຖືກຄຳຍ້ອງຕົວມັນກະບີດໄປບິດມາດ້ວຍຄວາມເຂີນ ບໍ່ຮູ້ເລີຍວ່າມັນເປັນຄຳຍ້ອງອາບຢາຜິດ

ຫັ້ນຊັ້ນກິນອິ່ຫຍັງ?” ຂ້ອຍຖາມພວກມັນເມື່ອເວົ້າແຕ່ເລື່ອງກິນລ້ຽງໆ ຍັງບໍ່ຮູ້ວ່າຈະກິນຫຍັງແລ້ວພວກມັນກໍ່ໜ້າເອີ້ລ໌ໄປຕາມໆກັນ

ແລ້ວເຈົ້າຂອງເງິນອະນຸຍາດແລ້ວລະບໍ?L ຫຼັງຈາກທີ່ມິດງຽບຕາມສະບັບກຸນລະສະຕີທີ່ດີແລ້ວບັກເທັ້ງກໍເວົ້າຂື້ນໜ້າຫຍຸ້ງ ແລ້ວພາຍໃນໂຕະກໍມິດປານປ່າຊ້າຫຼືມີຄົນມາກົດດີໂມກສະໂລໂມຊັ້ນ... ແລະແລ້ວ

ໂອຍ~ ເທັ້ງຄົນງາມເກືອບເປັນສຽງດຽວກັນຂອງທຸກຄົນໃນໂຕະ(ຍົກເວັ້ນໂລແຊງ)

ເທັ້ງໃຈດີໆ ບັດນີ້ແມ່ນສຽງບັກເອ໊ະທີ່ປາກໄວກ່ວາຫມູ່ ຕາມດ້ອຍ

ກຸນລະສັກຕີຂອງແທ້ ສຽງບັກໂຕ້ເສີມ

ເທັ້ງໃຈນາງງາມ​” ຂ້ອຍຕື່ມ ເມື່ອພໍ້ຄຳຍ້ອງແບບນີ້ຄົນມັກຍ້ອງຢ່າງມັນກໍຕິດບ່ວງຢ່າງຈັງ

ກະໄດ້ໆ ສຸດທ້າຍມັນກໍໃຈອ່ອນ

ຫຼັງຈາກທີ່ທຸກຄົນອອກຄວາມເຫັນ ແລະພວກເຮົາກໍໄດ້ສຽບເອັນເປັນເມນູຫຼັກ ກິນອີ່ມຈົນບໍ່ຕ້ອງກິນເຂົ້າເເລງກັນເລີຍ ຈົນສີໜ້າຂອງບັກເທ໊ງບອນວ່າ ກູຖືກເລກສອງພັນບໍ່ໄດ້ຖືກສອງລ້ານໄດ໋ເວີ໋ຍ!T^T

ຈາກນັ້ນທຸກຄົນກໍແຍກຍ້າຍກັບຮັງ ເອີ໊ຍເຮືອນຂອງຕົວເອງ ຂ້ອຍເປັນຄົນສຸດທ້າຍທີ່ຢູ່ຮ້ານຂອງກະຕິບຈົນມັນຕ້ອງອອກປາກໄລ່ວ່າເກະກະເພາະຖ້າມີຫມູ່ແລ້ວມັນຈະບໍ່ມີກະຈິດກະໃຈເຮັດວຽກ

ມັນເວົ້າຊ່ຳກັບຂ້ອຍບໍ່ມີວຽກເຮັດຊັ້ນແຫຼະ!

ຂ້ອຍມາທີ່ຮ້ານຂອງຕົວເອງຢ່າງເຊ໊ງໆ ລູກຄ້າມີແຕ່ສອງເຖົ່າຂາປະຈຳ ໜື່ງໃນນັ້ນແມ່ນພໍ່ບັກເອ໊ະລຸງອ໊ອດ

ສະບາຍດີລຸງອ໊ອດ ຂ້ອຍທັກທາຍລາວຢ່າງຄຸ້ນເຄຍ ລາວກໍຍິ້ມໃຫ້ຂ້ອຍຢ່າງເອັນດູ

ມາແລ້ວບໍ່ລູກໃພ້ ລາວຕອບກັບມາເອົາຈົນໜ້າເຫີວເລີຍ ຂ້ອຍລະບໍ່ມັກອິ່ຫຼີທີ່ລາວເອີ້ນຂ້ອຍລູກໃພ້ທັງທີ່ຂ້ອຍກັບບັກເອ໊ເປັນພຽງຫມູ່ກັນ ເທົ່ານັ້ນ ຝັນໄປເຖາະວ່າຊິໃດ້ອິ່ສົ້ມຜູ້ນີ້ເປັນລູກໃພ້ເພາະຂ້ອຍມີສົນຢູ່ແລ້ວ(ຄິດແລ້ວເຂີນ—) ແຕ່ຂ້ອຍກໍບໍ່ໃດ້ຄິດຫຍັງຫຼາຍ ເພາະມັນຊິນແລ້ວ... ທີ່ຈິງລາວເວົ້າຢອກຊື່ໆດອກ(ຫຼືອິ່ຫຼີ)

ໂດຍ~” ຂ້ອຍຕອບກັບຢ່າງປັດໆ ລາວກໍຫົວຂວັນຢ່າງຖືກໃຈ ຂ້ອຍຈະຂື້ນເທິງເຮືອນມາຕຽມຫໍ່ກ້ອງ​ໃສSweetHeart♥ເພື່ອ​​ໃຫ້ສົນ


14 ກຸມພາ ວັນໜາແລ່ນກາຍ ເອິ໊ຍ! ວັນວາເລນ​ໄທນ໌

ຕອນນີ້ຂ້ອຍຢູ່ທີ່ສວນສາທາລະນະ ອາກາດນີ້ໜາວບໍ່ສົມເປັນເດືອນກຸມພາເລີຍໜາວປານກັບວ່າຫິມະຈະຕົກຈັ່ງຊັ້ນແຫຼະ ແຕ່ກໍ່ໂຣແມນຕິກດີ ​ເຂົາ​ຈະ​ມາ​ແຖວນີ້​ບໍນໍ?


6ເດືອນທີ່ແລ້ວ

ຕອນນີ້ຂ້ອຍກຳລັງຈະໄປໂຮງຮຽນ ມື້ນີ້ຍ່າງເອົາເພາະນ້ອງຊາຍຕົວດີມັນເອົາລົດຖີບຄັນເກົ່າຂອງຂ້ອຍໄປໂດຍມັນອ້າງວ່າ 'ລົດຖີບຂ້ອຍມັນກົງແບ້ບ' ບໍ່ຍອມໃຫ້ຂີ່ນຳອີກໂດຍອ້າງວ່າ 'ມັນໜັກດ໊ຽວແບ້ບອີກ' ແລ້ວຂີ້ໄປໜ້າຕາເສີຍ ຂ້ອຍຮູ້ທີ່ມັນບໍ່ຍອມໃຫ້ຂ້ອຍຂີ່ນຳເພາະມັນຈະໄປຮັບຜູ້ສາວ

ເອີໃຫ້ມັນໃດ້ຈັ່ງຊີ້ຕິນ້ອງເຮົາ

ຂ້ອຍກຳລັງຍ່າງຈະຂ້າມທາງແຕ່ມີ ປີ໊ດສໆ ສຽງແກລົດດັງມາແຕ່ໄກແລະກຳລັງໃກ້ເຂົ້າມາເລື້ອຍໆ ໂດຍບໍ່ຍອມລະຄວາມໄວລົງພຽງແຕ່ນ້ອຍ ອ໊າກກກ ນີ້ເຮົາກຳລັງຈະຕາຍແລ້ວບໍ?ນີີ້ ບໍ່ໃດ໋ບໍ່ຍອມຍັງບໍ່ທັນມີແຟນຊ້ຳ ຂາກໍ່ບໍ່ຍອມເໜັງຕີງເລີຍ ຮືໆ ພໍ່ແກ້ວແມ່ແກ້ວຊ່ວຍລູກແນ່ TT

ໝັບ!
ແຕ່ມີມື້ຂາວໆ ຂອງໃຜ່ກໍບໍ່ຮູ້ຈັບໝັບເຂົ້າທີ່ແຂນຂອງຂ້ອຍແລ້ວດຶງອອກຈາກເສັ້ນຕາຍຈົນເຮັດໃຫ້ຂ້ອຍໄປນອນທັບເຂົາທັງຕົວ

ອຶກ! ສຽງຂອງຄົນທີ່ຂ້ອຍນອນທັບຢູ່ຮ້ອງຂື້ນ ຂ້ອຍເງີຍໜ້າຈາກເອິກກວ້າງຂອງເຂົາໄປທີ່ປາຍຄາງ ແລ້ວກໍຟ້າວລຸກຂື້ນຢ້ານເຂົາຂີ້ແຕກຕາຍກ່ອນຈະໄດ້ຂອບໃຈ ເມື່ອເຂົາລຸກຢືນເຕັມຕົວແລ້ວຂ້ອຍກໍໄດ້ຮູ້ວ່າເຂົາສູງຫຼາຍ ຄືຊິປະມານຮ້ອຍເຈັດສິບ-ເຈັດສິບຫ້າພຸ່ນແຫຼະ ເມື່ອເບິ່ງ ໜ້າຊັດໆເຮີ໋ຍ! ໂຄດເທບພະບຸດໃນຝັນເລີຍ ທັງໃບໜ້າທີ່ຂາວໆໃສໆ ໄນຕາສີດຳລຶກລັບອັນຄົມກີບເຂົ້າກັບດັງໂມໆ ເປັນສັນງາມ ຮີບຝີປາກທີ່ບາງສຽບສີບົວອົມແດງ ໂດຍທຳມະຊາດສັນສ້າງ

ນີ້ແລະພໍ່ຂອງລູກໃນອານາຄົດ

ໜັກຊິບຫາຍ!” ເຂົາເວົ້າລອດແຂ້ວດ້ວຍທ່າ​ທາງງຸດງິດ ຕາຄົມກໍເບິ່ງໜ້າຂ້ອຍດ້ວຍກະແສອາຄາດ ຂ້ອຍກໍບໍ່ຮູ້ວ່າເຂົາງຸດງິດຫຍັງ? “ຂ້າມທາງກະລະວັງແນ່ເຂົ້າໃຈບໍຖ້າບໍ່ຢາກຕາຍເຂົາເຕືອນແລ້ວກຳລັງຈະກ້າວອອກໄປທາງໃຫ່ມ ແຕ່ຂ້ອຍຮ້ອງໄວ້ກ່ອນ

ເຮິຍ! ແລ້ວເຈົ້າຊື່ຫຍັງຊັ້ນຂ້ອຍຮ້ອງຖາມເພາະເຂົາກຳລັງຈະຍ່າງໄກອອກໄປເລື່ອຍໆ ເຂົາກໍຢຸດຈຶກ ແລ້ວກໍຫັນໜ້າມາເຮັດສາຍຕາລຳຄານ ລະຄົນຖາມຊື່ຊື່ໆ ກໍລຳຄານກັນເນາະຄົນງາມເອິຍ

ຮູ້​ໄປກໍບໍ່​ມີ​ປະ​ໂຫຍ​ດເວົ້າແລ້ວກໍ່ຫັນຫຼັງຈາກໄປແບບເທ້ໆ ເບິ່ງຈາກທ່າແລ້ວຄືຊິວ່າງຟອມຂະໜາດ(ແຕ່ກໍມັກໃດ໋ແຫຼະ!)

ຂອບໃຈເລີ—” ຂ້ອຍປ້ອງປາກແລ້ວຮ້ອງຂື້ນເພື່ອໃຫ້ເຂົາໄດ້ຍິນ

ບໍ່ບອກຊື່ບໍ່ເປັນຫຍັງເພາະດ້ວຍອຳນາດຂອງອິ່ສົ້ມຜູ້ນີ້ການນຳສືບຫາຄົນບໍ່ແມ່ນເລື່ອງຍາກ ໃຫ້ມັນຮູ້ໄປຕິວ່າເຈົ້າກັບຂ້ອຍຊິໄດ້ເຫັນໜ້າກັນອີກເຫິງJທີ່ຮັກ


ປັດຈຸບັນ

ແປ໊ວ~ ສຽງໂທລະສັບດັງຂື້ນ​ເຮັດ​ໃຫ້​ຂ້ອຍ​ຫຼຸ​ດອອກ​ຈາກ​ພະວັງ ເບິ່ງແລ້ວແມ່ນເບີຂອງກະຕິບ ຮະໂຫຼ ຂ້ອຍກອກສຽງລົງໄປ ສາຍຕາຍັງກວາດຫາໄຜບາງຄົນ ແຕ່ກໍ່ບໍ່ເຫັນ

(ສົ້ມຕອນນີ້ມຶງຢູ່ໃສ່) ມັນຖາມ ຂ້ອຍກໍໄດ້ຍິນສຽງແຊວໆ ມາທາງປາຍສາຍບົງບອກວ່າຕ້ອງມີງານມ່ວນໆ

ຢູ່ແຖວສວນສາທາລະນະຂ້ອຍຕອບໄປ ຟັງເບິ່ງສຽງຕົວເອງແລ້ວຄືງອຍໆປານໝາເຫງົານີ້ເວິຍL

(ພວກກູມາກິນຊີ້ນດາດຢູ່ເຮືອນກູ) ມັນຍັງເວົ້າສຽງລ່າເລີງ (ຟ້າວມາດ໋ຽວອິ່ພວກໝີຄວາຍທັງຫຼາຍມັນຊິແດກໝົດກອ່ນ) ເມື່ອມັນເວົ້າແບບນີ້ອອກ ຂ້ອຍກໍໄດ້ຍິນສຽງຂອງບັນດາໝີຄວາຍທີ່ວ່າໂວຍວາຍກັນໃຫ່ຍ

ໄດ້ຍິນສຽງຫມູ່ໆຂ້ອຍກໍ່ໃຈຊື່ນຂື້ນ ບັດໜ້າຈັ່ງໃຫ້ເຂົາກໍ່ໄດ້ SweetHeart ຫັ້ນJ

ເອີໆດ໋ຽວກູໄປດຽວນີ້ແຫຼະ!” ຂ້ອຍເວົ້າດ້ອຍສຽງທີ່ສົດໃສຄືເກົ່າ ບອກພວກມັນເລັມອາກາດໄປກ່ອນ ໄດ້ຍິນສຽງຫົວຂັວນ ຂອງພວກມັນຜ່ານມານໍາ ຕິ໊ດ! ຂ້ອຍວ່າງສາຍແລ້ວກໍາລັງຈະຍ່າງກັບເຮືອນ ແຕ່ສາຍຕາກໍໄປປະທະເຂົ້າກັບຮ່າງສູງທີ່ກຳລັງຍ່າງມາທາງທີ່ຂ້ອຍຍືນຢູ່ ເຂົາຄົນນັ້ນຄືສົນ!