ຫຼັງຈາກທີ່ຜ່ານບົດສົນທະນາອັນຕ້ອງເຮັດໃຫ້ຂ້ອຍ(ເກືອບ)ເສື່ອມຈິດມາແລ້ວ…ຂ້ອຍ,ນິດແລະ SweetHrate ກໍພາກັນມາສະຫງົບຈິດທີ່ຮ້ານໄອສ໌ຄຣີມ ພວກເຮົານັ່ງຂ້າງລະບຽນ ມີຕົ້ນໄມ້ໃຫ່ຍເປັນຮົ່ມໃຫ້ ມັນເປັນມຸມທີ່ສະຫງົບທີ່ສຸດຂອງຮ້ານ ຂ້ອຍເຄີຍມາເລືອຍໆ ກັບໝູ່ໆ… ຂ້ອຍເປັນຄົນລ້ຽງເພາະນິດຊື້ຊ໋ອກໂກແລ໋ດໃຫ້ຂ້ອຍຫຼາຍເກີນໄປແລ້ວ ເຖິງວ່ານິດຈະອ້າງນັ້ນອ້າງນີ້ເພາະຢາກເປັນເຈົ້າມືລ້ຽງໄອຄຣີມແກ່ຂ້ອຍ ແຕ່ຂ້ອຍບໍ່ສົນບໍ່ຢາກຜານເງີນໝູ່ທີ່ພວມເຫັນກັນມື້ດຽວ
“ເອີ~~~ນິດຮູ້ຈັກສາວໜ້າໝວຍນຳຫວາ?” ຂ້ອຍຕັດຄຳວ່າໝາກພ້າວອອກໄປ
ນິດທີ່ກຳລັງວົນກັບການກິນໄອສ໌ຄຣີມຢູ່ກໍເງີຍໜ້າຂື້ນເບິ່ງຂ້ອຍແລ້ວກໍ່ເວົ້າຂື້ນ
“ສົ້ມຮູ້ຊື່ສາວນັ້ນໄດ້ຈັ່ງໃດ? ສາວນັ້ນຊື່ ‘ໝວຍ’ ” ກາຍເປັນຄຳຖາມທີ່ສວນກັບມາ ຂ້ອຍເວົ້າເລື່ອງໜ້າອອກຈະ ໝວຍບໍ່ແມ່ນຊື່ຂອງນາງ
ຂ້ອຍໄດ້ແຕ່ທ້ວງໃນໃຈ ທີ່ຈິງຂ້ອຍກໍບໍ່ຢາກຖາມດອກເພາະມັນເປັນເລື່ອງສ່ວນຕົວຂອງນິດແຕ່ຂ້ອຍສົງໃສທີ່ວ່າ ຄົນຢ່າງນິດຕາມທີ່ຂ້ອຍເບິ່ງຄືຊິບໍ່ມີສັດຕູ…? ຫຼືພວກນັ້ນເປັນນາງອິດສາໃນນິຍາຍທີ່ເຫັນນາງເອກໜ້າຮັກໆ ຢ່າງນິດແລ້ວອິດສາ(ຄິດໄປແຫຼວບັດນີ້)
“ໝວຍເປັນເອື້ອຍເຮົາເອງ” ນິດເວົ້າພ້ອມເບະປາກ ຂ້ອຍກໍໄດ້ແຕ່ໂອ… ຮັບຮູ້ງ່າຍ ແຕ່ເອະ!... ໜ້າບໍ່ເຫັນຄືກັນຈັກໜ້ອຍ
ນິດໜ້າຕາອອກແນວໜ້າຮັກໆ ສ່ວນສາວໝວຍໝາກພ້າວອອກແນວເຊັກຊີ້ໆ ແບບວ່າເບິ່ງສ່ວນໃດກໍບໍ່ຄືກັນເລີຍ...
ແລະນິດກໍ່ໄຂຂໍ້ຂ້ອງໃຈຂອງຂ້ອຍ “ແຕ່ບໍ່ແມ່ນເອື້ອຍແທ້ໆຂອງເຮົາດອກ”
ຟັງແຕ່ສຽງຂອງນິດກໍຮູ້ວ່ານາງບໍ່ມັກສາວໝວຍນີ້ຢ່າງແຮງ! ຈາກນັ້ນນິດກໍ່ເລົ່າໃຫ້ຟັງວ່າສາວໝວຍແມ່ນລູກຕິດຂອງແມ່ລ້ຽງຂອງນິດກ່ອນທີ່ຈະມາແຕ່ງງານກັບພໍ່ນິດ
ປັງ! ຂ້ອຍສະເດິດຈົນເກືອບງວາຍງືບຕົກຕັ່ງເພາະຢູ່ຊື່ໆນິດກໍ່ທຸບໂຕະດ້ວຍສີໜ້າທີ່ຄັບແຄ້ນປານຈະຂ້າໃຜໄດ້
ຈົນຂ້ອຍຂົນລຸກ ນິດເຮັດໜ້າແບບນີ້ເປັນຕາຢ້ານອີ່ຫຼີບໍ່ຫຼົງເຫຼືອຄວາມໜ້າຮັກໄວ້ເລີຍ…
“ທັງເລື່ອງຂອງ'ເຂົາ'ສາວນັ້ນຍັງມາວຸ້ນວາຍ” ນິດຄາຍສີໜ້າຄັບແຄ້ນລົງໜ້ອຍໜື່ງ
ແລ້ວກົ້ມໜ້າກິນໄອສ໌ຄຣີມຕໍ່ ແຕ່ຂ້ອຍງົງມີເຄື່ອງໝາຍຖາມເທິງຫົວແລ້ວ‘ເຂົາ’ທີ່ວ່ານັ້ນແມ່ນໃຜວະ?ກ່ຽວຫຍັງກັບນິດ ແລ້ວວຸ້ນວາຍນີ້ວຸ້ນວາຍຫຍັງK? ຂ້ອຍຕັດສິນໃຈຖາມໄປ
“ເອີ…ເຂົາ?”
“ຄູ່ໝັ້ນ”
ຄົນຢາກຮູ້ເລື່ອງຊາວບ້ານເປັນຕອ້ງງົງ ຄູ່ໜັ້ນໃຜວະ? ນິດເວົ້າຂື້ນອີກ
“ຂອງເຮົາ” ໂອລ໌~ເຂົາທີ່ວ່ານັ້ນເປັນຄູ່ໝັ້ນຂອງນິດ
“ຫາ!.. ຄະ...
ຄູ່ໝັ້ນ!”
ຂ້ອຍຮ້ອງສຽງດັງດ້ວຍຄວາມຕົກໃຈຈົນເຮັດໃຫ້ຄົນໃນຮ້ານແນມເບິ່ງພວກເຮົາເປັນຕາດຽວ
“ອື… ຂະໜາດຮູ້ວ່າເປັນຄູ່ໜັ້ນຂອງເຮົາສາວນັ້ນກະຍັງໄປວຸ້ນວາຍກັບ'ເຂົາ'” ນິດກັດແຂ້ວເວົ້າແລ້ວກໍກົ້ມກິນໄອສ໌ຄຣີມຄືເກົ່າ
ແຕ່ຂ້ອຍທັງອຶ້ງ! ທຶ້ງ! ສຽວ! ໃນຍຸກນີ້ຍັງມີເລື່ອງແບບນີ້ເກີດຂື້ນອີກຫວານີ້?
“ນີ້ປີທີເທົ່າໃດແລ້ວນີ້!” ຂ້ອຍຖາມນິດ ຢ່າງຕື່ນໆ
“20XX”
ນິດຕອບສີໜ້າງົງໆ
“ມັນເປັນໄປບໍ່ໄດ້~” ຂ້ອຍປະທ້ວງ
“ຫຍັງ?” ສີໜ້າກະວົນກະວາຍຂອງນິດກໍກັບມາເມື່ຶອເຫັນທ່າທາງແປກໆຂອງຂ້ອຍ
“ຄຸມຖຸງຊົນ!”
ເຜີຫຼຸດປາກໄປແລ້ວຂ້ອຍກໍມິດ
ເມື່ອເຫັນສີໜ້າເມື່ອຍໆຂອງນິດ
“ອຶໆ ຂ້ອຍເຂົ້າໃຈໆ ”
ຂ້ອຍບໍ່ຮູ້ວ່າຈະປອບໃຈຈັ່ງໃດກໍໄດ້ແຕ່ຍີ້ມແຫ້ງໆໃຫ້
ຂ້ອຍເຫັນໃຈນິດບໍ່ມີໃຜດອກທີ່ຢາກແຕ່ງງານກັບໃຜກໍບໍ່ຮູ້ ຄິດແລ້ວຂ້ອຍກໍຂົນລຸກ ພາຍໃນໂຕະກໍມິດໄລຍະໜື່ງ…ນິດກໍກັບມາກິນໄອສຄຣີມຕໍ່ ປານຄຳເວົ້າເມື່ອກີ້ບໍ່ເຄີຍຫຼຸດອອກມາຈາກຮິບຝີປາກຈິ່ມລິ່ມນັ້ນK?
ຂ້ອຍແຍກກັນກັບນິດເມື່ອອິ່ມແລ້ວແລະຕ່າງຄົນກໍ່ຕ່າງມີວຽກ ນິດຍັງໃຫ້ເບີໂທລະສັບກັບຂ້ອຍນຳ...
ຂ້ອຍມາສົ່ງຂອງຢູ່ແຖວອະນຸສາວະລີ ຊຶ່ງ!ແຖວນີ້ແມ່ນມີເຮືອນຂອງສົນຢູ່ນຳ ກຣີດສ໌~ເປັນໂຊກອັນມະຫາສານ!ແລະທີ່ໂຊກດີກ່ວານັ້ນແມ່ນເຮືອນທີ່ຂ້ອຍຈະເອົາຂອງໄປສົ່ງນັ້ນຕິດກັບເຮືອນຂອງສົນ(ພໍດີບໍ່ມີຂາດບໍ່ມີເກີນ)
ເມື່ອຂ້ອຍຈັດການສົ່ງຂອງແລ້ວໆ
ໄດ້ເວລາທີ່ຂ້ອຍຈະສະເໜີໜ້າຊ່ອງເບິ່ງໃນເຮືອນຜ່ານຮົ້ວ
ມິດງຽບສົງໄສ ພໍ່ປູ່ແມ່ຍ່າຂອງຂ້ອຍ(ໃນອະນາຄົດ)ເຮັດວຽກບໍ່ທັນມາ… ຕາມທີ່ຂ້ອຍຮູ້ມາທ່ານທັງສອງແມ່ນເຮັດວຽກທີ່ໂຮງໝໍ ແລະຕາມທີ່ຂ້ອຍສືບມາວ່າວັນເສົາ-ອາທິດສົນຈະໄປອ້ານຫນັງສືທີ່ຫ້ອງສະໝຸດຂອງຊຸມຊົນ(ເຂົາເປັນນັກຮຽນຂອງແທ້)
ນັ້ນເດຫ້ອງຂອງສົນເທິງຊັ້ນສອງ ກຣີ໊ດສ໌~
ບໍ່ທັນທີ່ຂ້ອຍຈະໃດ້ເພີ້ກ່ວານີ້ກໍ່ມີຕົວອິ່ຫຍັງບາງຢ່າງພຸ່ງອອກມາຈາກພຸ່ມໄມ້ມັນຈະງັບມືຂອງຂ້ອຍທີ່ຈັບຫາວຮົ້ວນັ້ນແຕ່ຂ້ອຍຊັກມືໄວ້ທັນ
ໂຮງະໆ
ຟັງແຕ່ສຽງຮ້ອງກໍຮູ້ວ່າມັນເປັນໜາມັນຊື່ງ'ໃຈແອ້ນ'ພັນໂກເດັນ “ມາແຮງໃດ໋ສູນິ” ຂ້ອຍເວົ້າກັບໃຈແອ໋ນ ທີ່ຈິງນີ້ເປັນການທັກທາຍລະຫ່ວາງຂ້ອຍກັບມັນ ຂ້ອຍຄຸ້ນເຄຍກັບມັນດີ ເພາະວ່າຂ້ອຍຈະມາຈອບໆ ສ່ອງໆ ຂ້າງຮົ້ວເຮືອນຂອງສົນ(ເປັນປະຈຳ) ຂ້ອຍກໍຕັດສິນບົນມັນດ້ວຍອົມຍິ້ມ ແລະນີ້ແຫຼະເປັນການທັນທາຍໂດຍທີ່ມັນຈະເອົາປາກໜຽວໆ ທີ່ເຕັມໄປດ້ວຍນ້ຳລາຍຍືດໆ ມາເລຍມືຂ້ອຍເພື່ອຂໍອົມຍີ້ມທີ່ຂ້ອຍພົກຕິດຕົວຕະຫຼອດ
ຮລູ~~ ແຖມດ້ວຍການເຫົ່ານີ້ ຖ້າບໍ່ພິເສດມັນບໍ່ອິ່ຫຼີຈະບໍ່ ໂຮງະໆ ເນະ!ເວົ້າບໍ່ທັນຂາດຄຳເຫົ່າແຖມຫອນຕ້ອນຮັບແບບນີ້
“ພໍໆດຽວຄົນແຖວນີ້ຊິສະຫຍອງກັບສຽງຫອນສູ” ຂ້ອຍຟ້າວປາມມັນກ່ອນທີ່ຄົນອື່ນຈະມາເຫັນຂ້ອຍທີ່ຕອນນີ້ກຳລັງຄືໂຣກຈິດເຂົ້າໄປທຸກເທື່ຶອ “ເອົາ!” ແລ້ວຂ້ອຍກໍ່ໂຍນອົມຍິ້ມລົດທຸລຽນ(ລົດໂປດຂອງໃຈແອ້ນ)ທີ່ເເກະເປືອກແລະໄມ້ອອກແລ້ວໃຫ້ມັນໄປ...
ນີ້ຂ້ອຍມາຈອບເບິ່ງເຮືອນຄົນແອບຮັກ ຫຼື ກັນມາລ້ຽງໝາກັນແທ້...