19 April 2013

[ ນິຍາຍ ] SweetHeart :: Ch.1 New Friend (2)



ຫຼັງຈາກທີ່ຜ່ານບົດສົນທະນາອັນຕ້ອງເຮັດໃຫ້ຂ້ອຍ(ເກືອບ)ເສື່ອມຈິດມາແລ້ວ…ຂ້ອຍ,ນິດແລະ SweetHrate ກໍພາກັນມາສະຫງົບຈິດທີ່ຮ້ານໄອສ໌ຄຣີມ ພວກເຮົານັ່ງຂ້າງລະບຽນ ມີຕົ້ນໄມ້ໃຫ່ຍເປັນຮົ່ມໃຫ້ ມັນເປັນມຸມທີ່ສະຫງົບທີ່ສຸດຂອງຮ້ານ ຂ້ອຍເຄີຍມາເລືອຍໆ ກັບໝູ່ໆ… ຂ້ອຍເປັນຄົນລ້ຽງເພາະນິດຊື້ຊ໋ອກໂກແລ໋ດໃຫ້ຂ້ອຍຫຼາຍເກີນໄປແລ້ວ ເຖິງວ່ານິດຈະອ້າງນັ້ນອ້າງນີ້ເພາະຢາກເປັນເຈົ້າມືລ້ຽງໄອຄຣີມແກ່ຂ້ອຍ ແຕ່ຂ້ອຍບໍ່ສົນບໍ່ຢາກຜານເງີນໝູ່ທີ່ພວມເຫັນກັນມື້ດຽວ
“ເອີ~~~ນິດຮູ້ຈັກສາວໜ້າໝວຍນຳຫວາ?” ຂ້ອຍຕັດຄຳວ່າໝາກພ້າວອອກໄປ
ນິດທີ່ກຳລັງວົນກັບການກິນໄອສ໌ຄຣີມຢູ່ກໍເງີຍໜ້າຂື້ນເບິ່ງຂ້ອຍແລ້ວກໍ່ເວົ້າຂື້ນ
“ສົ້ມຮູ້ຊື່ສາວນັ້ນໄດ້ຈັ່ງໃດ? ສາວນັ້ນຊື່ ‘ໝວຍ’ ” ກາຍເປັນຄຳຖາມທີ່ສວນກັບມາ ຂ້ອຍເວົ້າເລື່ອງໜ້າອອກຈະ   ໝວຍບໍ່ແມ່ນຊື່ຂອງນາງ ຂ້ອຍໄດ້ແຕ່ທ້ວງໃນໃຈ ທີ່ຈິງຂ້ອຍກໍບໍ່ຢາກຖາມດອກເພາະມັນເປັນເລື່ອງສ່ວນຕົວຂອງນິດແຕ່ຂ້ອຍສົງໃສທີ່ວ່າ ຄົນຢ່າງນິດຕາມທີ່ຂ້ອຍເບິ່ງຄືຊິບໍ່ມີສັດຕູ…? ຫຼືພວກນັ້ນເປັນນາງອິດສາໃນນິຍາຍທີ່ເຫັນນາງເອກໜ້າຮັກໆ ຢ່າງນິດແລ້ວອິດສາ(ຄິດໄປແຫຼວບັດນີ້)
“ໝວຍເປັນ​ເອື້ອຍ​ເຮົາ​ເອງ” ນິດ​ເວົ້າພ້ອມ​ເບະ​ປາກ​ ຂ້ອຍ​ກໍ​ໄດ້​ແຕ່​ໂອ… ຮັບ​ຮູ້​ງ່າຍ ​ແຕ່​ເອະ​!... ໜ້າ​ບໍ່​ເຫັນ​ຄື​ກັນ​ຈັກ​ໜ້ອຍ ນິດໜ້າຕາອອກແນວໜ້າຮັກໆ ສ່ວນສາວໝວຍໝາກພ້າວອອກແນວເຊັກຊີ້ໆ ແບບວ່າເບິ່ງສ່ວນໃດກໍບໍ່ຄືກັນເລີຍ... ແລະນິດກໍ່ໄຂຂໍ້ຂ້ອງໃຈຂອງຂ້ອຍ “ແຕ່ບໍ່ແມ່ນເອື້ອຍແທ້ໆຂອງເຮົາດອກ” ຟັງແຕ່ສຽງຂອງນິດກໍຮູ້ວ່ານາງບໍ່ມັກສາວໝວຍນີ້ຢ່າງແຮງ! ຈາກນັ້ນນິດກໍ່ເລົ່າໃຫ້ຟັງວ່າສາວໝວຍແມ່ນລູກຕິດຂອງແມ່ລ້ຽງຂອງນິດກ່ອນທີ່ຈະມາແຕ່ງງານກັບພໍ່ນິດ
ປັງ! ຂ້ອຍສະເດິດຈົນເກືອບງວາຍງືບຕົກຕັ່ງເພາະຢູ່ຊື່ໆນິດກໍ່ທຸບໂຕະດ້ວຍສີໜ້າທີ່ຄັບແຄ້ນປານຈະຂ້າໃຜໄດ້ ຈົນຂ້ອຍຂົນລຸກ ນິດເຮັດໜ້າແບບນີ້ເປັນຕາຢ້ານອີ່ຫຼີບໍ່ຫຼົງເຫຼືອຄວາມໜ້າຮັກໄວ້ເລີຍ…
“ທັງເລື່ອງຂອງ'ເຂົາ'ສາວນັ້ນຍັງມາວຸ້ນວາຍ” ນິດຄາຍສີໜ້າຄັບແຄ້ນລົງໜ້ອຍໜື່ງ ແລ້ວກົ້ມໜ້າກິນໄອສ໌ຄຣີມຕໍ່ ແຕ່ຂ້ອຍງົງມີເຄື່ອງໝາຍຖາມເທິງຫົວແລ້ວ‘ເຂົາ’ທີ່ວ່ານັ້ນແມ່ນໃຜວະ?ກ່ຽວຫຍັງກັບນິດ ແລ້ວວຸ້ນວາຍນີ້ວຸ້ນວາຍຫຍັງK? ຂ້ອຍຕັດສິນໃຈຖາມໄປ
“ເອີ…ເຂົາ?”
“ຄູ່ໝັ້ນ” ຄົນຢາກຮູ້ເລື່ອງຊາວບ້ານເປັນຕອ້ງງົງ ຄູ່ໜັ້ນໃຜວະ? ນິດເວົ້າຂື້ນອີກ
“ຂອງເຮົາ” ໂອລ໌~ເຂົາທີ່ວ່ານັ້ນເປັນຄູ່ໝັ້ນຂອງນິດ
“ຫາ!.. ຄະ... ຄູ່ໝັ້ນ!” ຂ້ອຍຮ້ອງສຽງດັງດ້ວຍຄວາມຕົກໃຈຈົນເຮັດໃຫ້ຄົນໃນຮ້ານແນມເບິ່ງພວກເຮົາເປັນຕາດຽວ
“ອື… ຂະໜາດຮູ້ວ່າເປັນຄູ່ໜັ້ນຂອງເຮົາສາວນັ້ນກະຍັງໄປວຸ້ນວາຍກັບ'ເຂົາ'” ນິດກັດແຂ້ວເວົ້າແລ້ວກໍກົ້ມກິນໄອສ໌ຄຣີມຄືເກົ່າ ແຕ່ຂ້ອຍທັງອຶ້ງ! ທຶ້ງ! ສຽວ! ໃນຍຸກນີ້ຍັງມີເລື່ອງແບບນີ້ເກີດຂື້ນອີກຫວານີ້?
“ນີ້ປີທີເທົ່າໃດແລ້ວນີ້!”​ ຂ້ອຍຖາມນິດ ຢ່າງ​ຕື່ນໆ
“20XX” ນິດຕອບສີໜ້າງົງໆ
“ມັນເປັນໄປບໍ່ໄດ້~” ຂ້ອຍປະທ້ວງ
“ຫຍັງ?” ສີໜ້າກະວົນກະວາຍຂອງນິດກໍກັບມາເມື່ຶອເຫັນທ່າທາງແປກໆຂອງຂ້ອຍ
“ຄຸມ​ຖຸງຊົນ!” ເຜີຫຼຸດປາກໄປແລ້ວຂ້ອຍກໍມິດ ເມື່ອເຫັນສີໜ້າເມື່ອຍໆຂອງນິດ
“ຕາມທີ່ເຮົາຄິດວ່າ ມັນມີທຸກຍຸກທຸກສະໄຫມ…” ນິດຕອບຢ່າງ​ເນື່ອຍໆປະມານວ່ານາງກໍບໍ່ເຫັນດີນຳກັບເລື່ອງແບບນີ້ ຂ້ອຍກໍໄດ້ແຕ່ຍີ້ມແຫ້ງໆ ສົ່ງໃຫ້ນິດແທນການຂໍໂທດທີ່ເສືອກເລື່ອງຊາວບ້ານ ວິນາທີຕໍ່ມານິດກໍເວົ້າຂື້ນແບບລອຍໆ ຄືພຶມພຳກັບຕົວເອງແຕ່ຂ້ອຍໃດ້ຍິນນຳ “ຢູ່ຊື່ໆພໍ່ກັບແມ່ ກະບອກວ່າເຮົາມີຄູ່ໝັ້ນ ແລ້ວກໍເນາະນຳຕົວ'ເຂົາ'ວ່ານີ້ຄູ່ໝັ້ນເຮົາບັດຮຽນຈົບແລ້ວເຮົາກັບ'ເຂົາ'ຈະຕ້ອງແຕ່ງງານກັນ” ນິດເວົ້າດ້ວຍສີໜ້າອັດອັ້ນຕັນໃຈ “ຕອນນີ້ໃຫ້ພວກເຮົາສຶກສາກັນກ່ອນ” ເວົ້າແລ້ວກໍຖອນຫາຍດັງເຫຶອກ! “ສົ້ມເຂົ້າໃຈເຮົາແມ່ນບໍ?” ນິດສົ່ງສາຍຕາທີ່ເປັນຕາອີ່ຕົນມາໃຫ້ຂ້ອຍ
“ອຶໆ ຂ້ອຍເຂົ້າໃຈໆ ” ຂ້ອຍບໍ່ຮູ້ວ່າຈະປອບໃຈຈັ່ງໃດກໍໄດ້ແຕ່ຍີ້ມແຫ້ງໆໃຫ້ ຂ້ອຍເຫັນໃຈນິດບໍ່ມີໃຜດອກທີ່ຢາກແຕ່ງງານກັບໃຜກໍບໍ່ຮູ້ ຄິດແລ້ວຂ້ອຍກໍຂົນລຸກ ພາຍໃນໂຕະກໍມິດໄລຍະໜື່ງ…ນິດກໍກັບມາກິນໄອສຄຣີມຕໍ່ ປານຄຳເວົ້າເມື່ອກີ້ບໍ່ເຄີຍຫຼຸດອອກມາຈາກຮິບຝີປາກຈິ່ມລິ່ມນັ້ນK?
ຂ້ອຍກົ້ມເບິ່ງໂມງໃນຂໍ້ມືຂອງຕົວເອງ ຈັກໜ້ອຍກໍໃດ້ເວລາສົ່ງຂອງແລ້ວ…
ຂ້ອຍ​ແຍກ​ກັນ​ກັບ​ນິດ​ເມື່ອ​ອິ່ມ​ແລ້ວ​ແລະ​ຕ່າງ​ຄົນ​ກໍ່​ຕ່າງ​ມີ​ວຽກ ນິດຍັງໃຫ້ເບີໂທລະສັບກັບຂ້ອຍນຳ...
ຂ້ອຍມາສົ່ງຂອງຢູ່ແຖວອະນຸສາວະລີ ຊຶ່ງ!ແຖວນີ້ແມ່ນມີເຮືອນຂອງສົນຢູ່ນຳ ກຣີດສ໌~ເປັນໂຊກອັນມະຫາສານ!ແລະທີ່ໂຊກດີກ່ວານັ້ນແມ່ນເຮືອນທີ່ຂ້ອຍຈະເອົາຂອງໄປສົ່ງນັ້ນຕິດກັບເຮືອນຂອງສົນ(ພໍດີບໍ່ມີຂາດບໍ່ມີເກີນ)
ເມື່ອຂ້ອຍຈັດການສົ່ງຂອງແລ້ວໆ ໄດ້ເວລາທີ່ຂ້ອຍຈະສະເໜີໜ້າຊ່ອງເບິ່ງໃນເຮືອນຜ່ານຮົ້ວ
ມິດງຽບສົງໄສ ພໍ່​ປູ່​ແມ່​ຍ່າ​ຂອງ​ຂ້ອຍ​(ໃນ​ອະນາຄົດ)​ເຮັດ​ວຽກ​ບໍ່​ທັນ​ມາ… ຕາມທີ່ຂ້ອຍຮູ້ມາທ່ານທັງສອງແມ່ນເຮັດວຽກທີ່ໂຮງໝໍ ແລະ​ຕາມ​ທີ່​ຂ້ອຍ​ສືບ​ມາ​ວ່າວັນ​ເສົາ​-ອາທິດ​ສົນ​ຈະ​ໄປ​ອ້ານ​ຫນັງສື​ທີ່​ຫ້ອງສະໝຸດ​ຂອງ​ຊຸມ​ຊົນ(ເຂົາເປັນນັກຮຽນຂອງແທ້)
ນັ້ນ​ເດ​ຫ້ອງ​ຂອງສົນ​ເທິງ​ຊັ້ນ​ສອງ​ ກຣີ໊ດສ໌~
ບໍ່​ທັນ​ທີ່​ຂ້ອຍ​ຈະ​​ໃດ້​ເພີ້​ກ່ວາ​ນີ້​ກໍ່ມີ​ຕົວ​ອິ່ຫຍັງບາງ​ຢ່າງ​ພຸ່ງ​ອອກ​ມາ​ຈາກ​ພຸ່ມ​ໄມ້ມັນ​ຈະ​ງັບ​ມື​ຂອງ​ຂ້ອຍທີ່​ຈັບ​ຫາວ​ຮົ້ວນັ້ນ​ແຕ່​ຂ້ອຍ​ຊັກ​ມື​ໄວ້​ທັນ
ໂຮງະໆ
ຟັງ​ແຕ່​ສຽງ​ຮ້ອງ​ກໍ​ຮູ້​ວ່າ​ມັນ​​ເປັນ​ໜາ​ມັນ​ຊື່​ງ​​'ໃຈ​ແອ້​ນ'ພັນ​ໂກເດັນ “ມາ​ແຮງ​ໃດ໋ສູ​ນິ” ຂ້ອຍ​ເວົ້າກັບໃຈແອ໋ນ ທີ່ຈິງ​ນີ້​ເປັນ​ການ​ທັກ​ທາຍ​ລະ​ຫ່ວາງ​ຂ້ອຍ​ກັບມັນ ຂ້ອຍ​ຄຸ້ນ​ເຄຍກັບ​ມັນ​ດີ ​ເພາະວ່າ​ຂ້ອຍ​ຈະ​ມາ​ຈອບໆ​ ສ່ອງໆ​ ຂ້າງ​ຮົ້ວ​ເຮືອນ​ຂອງ​​ສົນ(​ເປັນ​ປະຈຳ) ​​ຂ້ອຍ​ກໍ​ຕັດສິນ​ບົນ​ມັນ​ດ້ວຍ​ອົມ​ຍິ້ມ​ ແລະ​ນີ້​ແຫຼະ​ເປັນ​ການ​ທັນ​ທາຍ​​ໂດຍ​ທີ່​ມັນ​ຈະ​ເອົາ​ປາກ​ໜຽວໆ​ ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ລາ​ຍຍືດໆ ​ມາ​ເລຍ​ມື​ຂ້ອຍ​ເພື່ອ​ຂໍ​ອົມ​ຍີ້ມທີ່ຂ້ອຍ​ພົກ​ຕິດ​ຕົວ​ຕະຫຼອດ
ຮລູ~~ ​ແຖມ​ດ້ວຍ​ການ​ເຫົ່ານີ້​ ຖ້າ​ບໍ່​ພິ​ເສດ​ມັນ​ບໍ່​ອິ່ຫຼີຈະ​ບໍ່ ​ໂຮງະໆ ​ເນະ!​​ເວົ້າ​ບໍ່​ທັນ​ຂາດ​ຄຳເຫົ່າ​ແຖມ​ຫອນ​ຕ້ອນຮັບ​ແບບ​ນີ້
“ພໍໆ​ດຽວ​ຄົນ​ແຖວ​ນີ້​ຊິ​ສະຫຍອງ​ກັບ​ສຽງ​ຫອນ​ສູ” ຂ້ອຍ​ຟ້າວ​ປາມ​ມັນ​ກ່ອນ​ທີ່ຄົນ​ອື່ນ​ຈະ​ມາ​ເຫັນ​ຂ້ອຍ​ທີ່​ຕອນ​ນີ້​ກຳລັງ​ຄື​ໂຣກຈິດ​ເຂົ້າ​ໄປ​ທຸກ​ເທື່ຶອ “ເອົາ!” ແລ້ວ​ຂ້ອຍ​ກໍ່ໂຍນ​ອົມ​ຍິ້ມ​ລົດ​ທຸ​ລຽນ​​(ລົດໂປດ​ຂອງ​​ໃຈ​ແອ້​ນ)​​ທີ່​ເ​ເກະ​ເປືອກ​​ແລະ​ໄມ້ອອກ​ແລ້ວ​ໃຫ້​ມັນ​ໄປ...
ນີ້ຂ້ອຍ​ມາ​ຈອບ​ເບິ່ງ​​ເຮືອນ​ຄົນ​ແອບ​ຮັກ ຫຼື​ ​ກັນມາ​ລ້ຽງ​ໝາ​​ກັນແທ້...